ຫວຽດນາມ ແມ່ນໜຶ່ງໃນຈຳນວນ 4 ປະເທດບັນລຸຄວາມດຸ່ນດ່ຽງໃນ ລະຫວ່າງຍິງ-ຊາຍກ່ຽວກັບທັກສະດີຈີຕອນ

(VOVWORLD) - ຕາມການໄຈ້ແຍກຂອງ UNICEF ແລ້ວ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 4 ປະເທດ ( ຫວຽດນາມ, ມົງໂກນ, Samoa ແລະ Lesotho) ບັນລຸໄດ້ຄວາມດຸ່ງດ່ຽງກ່ຽວກັບທັກສະດີຈີຕອນ.
ຫວຽດນາມ ແມ່ນໜຶ່ງໃນຈຳນວນ 4 ປະເທດບັນລຸຄວາມດຸ່ນດ່ຽງໃນ ລະຫວ່າງຍິງ-ຊາຍກ່ຽວກັບທັກສະດີຈີຕອນ - ảnh 1(ພາບປະກອບ: TTXVN)

        ວັນທີ 27 ເມສາ, ເນື່ອງໃນໂອກາດວັນແມ່ຍິງສາກົນໃນເຕັກໂນໂລຊີຂໍ້ມູນຂ່າວສານ - ການສື່ສານ (27 ເມສາ), ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ປະກາດບົດລາຍງານ “ຮັດແຄບໄລຍະຫ່າງ: ສິ່ງທ້າທາຍ ແລະ ຮຽກຮ້ອງມີການກະທຳຢ່າງຮີບດ່ວນເພື່ອພັດທະນາທັກສະດີຈີຕອນດ້ວຍຄວາມຍຸຕິທຳ”.

        ຕາມການໄຈ້ແຍກຂອງ UNICEF ແລ້ວ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 4 ປະເທດ ( ຫວຽດນາມ, ມົງໂກນ, Samoa ແລະ Lesotho) ບັນລຸໄດ້ຄວາມດຸ່ງດ່ຽງກ່ຽວກັບທັກສະດີຈີຕອນ. ໃນນັ້ນ, ພຽງແຕ່ຢູ່ ຫວຽດນາມ ແລະ ມົງໂກນ, ຄວາມດຸ່ນດ່ຽງລະຫວ່າງ ຍິງ - ຊາຍ ໄດ້ຮັບຮູ້ຢູ່ທັງທັກສະການອ່ານເຂົ້າໃຈໂດຍພື້ນຖານ ພ້ອມກັບທັກສະດີຈີຕອນ ເມື່ອສັງເກດບັນດາຄວາມດຸ່ນດ່ຽງລະຫວ່າງຍິງ - ຊາຍ ຢູ່ບັນດາເກນອາຍຸລະອຽດ.

        ໃນຂະນະນັ້ນ, ຄວາມດຸ່ນດ່ຽງລະຫວ່າງຍິງ - ຊາຍ, ການໄຈ້ແຍກໃນການນຳໃຊ້ອິນເຕີເນັດຢູ່ໃນໄວໜຸ່ມ, ເຍົາວະຊົນທີ່ໄດ້ຍົກອອກມາໃນບົດລາຍງານຂອງ UNICEF ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນທີ່ໄດ້ຮັບການໄຈ້ແຍກວ່າ ບັນລຸໄດ້ສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ