ຫວຽດນາມ - ແມ່ນໜື່ງໃນຈຳນວນ 50 ປະເທດທີດຳເນີນທຸລະກິດດີທີສຸດໃນໂລກ

ຫວຽດນາມ - ແມ່ນໜື່ງໃນຈຳນວນ 50 ປະເທດທີດຳເນີນທຸລະກິດດີທີສຸດໃນໂລກ - ảnh 1
( ພາບປະກອບ )

( vovworld ) – ນີ້​ແມ່ນ​ຂໍ້​ມູຂ່າວ​ເຊິ່ງວາລະສານ Bloomberg ​ໄດ້​ປະກາດ. ​ໂດຍລະອຽດ​ແມ່ນ, ຫວຽດນາມ ບັນລຸ 36,2% ຄະ​ແນນ, ຢືນ​ອັນ​ດັບ​ທີ 46 ​ໃນ​ຈຳນວນ 50 ປະ​ເທດ​ທີ່ດຳ​ເນີນ​ທຸ​ລະ​ກິດ​ດີ​ທີ​ສຸດ​ໃນ​ໂລກ, ລື່ນ​ກາຍ​ລັດ​ເຊຍ, ອີນ​ເດຍ ​ແລະ Brazil. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ນີ້, Bloomberg ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ 160 ຕະຫຼາດ​ໃນ​ທົ່ວ​​ໂລກໂດຍອີ່ງຕາມ 6 ​ມາດຖານເຊິ່ງລວມມີ; ລະດັບ​ການ​ເຊື່ອມ​ໂຍງ​ຂອງ​ພື້ນຖານ​ເສດຖະກິດ, ລາຄາ​ສ້າງ​ຕັ້ງ​ວິ​ສາ​ຫະກິດ, ລາຄາ​ແຮງ​ງານ, ອຸປະກອນ, ລາຄາ​ຂົນສົ່ງ, ບັນດາ​ຄ່າ​ໃຊ້​ຈ່າ​ຍອື່ນໆ. ອີ່​ງ​ໃສ່​ມາດຖານ​ດັ່ງກ່າວ. ບັນດາ​ຈຸດ​ທີ່​ໄດ້ຮັບ​ການ​ຕີ​ລາຄາ​ສູງ​ສຸດ​ຂອງ​ຫວຽດນາມ ​ແມ່ນ​ລະດັບ​ເຊື່ອມ​ໂຍ​ງຂອງ​ພື້ນຖານ​ເສດຖະກິດ, ຄ່າ​​ແຮງ​ງານ ​ແລະ ​ແຮງ​ງານ ​ແລະ ຄ່າ​ຂົນ​ສົ່ງ​ສິນຄ້າ.

ຂ່າວ/ບົດ​ອື່ນ