ຫວຽດນາມ ​ແມ່ນໜຶ່ງ​ໃນ​ບັນດາ​ຕະຫຼາດຈຸດ​ສຸມ ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ ອິນ​​ເດຍ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ຂອງ ອິນເດຍ ຍ້ອນມີລະດັບການເຕີບໂຕເສດຖະກິດສູງ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດ, ແລະ ແມ່ນຈຸດນັດພົບທີ່ດູດດື່ມຂອງນັກລົງທຶນຕ່າງປະເທດ. 
ຫວຽດນາມ ​ແມ່ນໜຶ່ງ​ໃນ​ບັນດາ​ຕະຫຼາດຈຸດ​ສຸມ ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ ອິນ​​ເດຍ - ảnh 1ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ (ພາບ: VCCI ນະຄອນໂຮ່ຈີມິນ) 

        ກ່າວຄໍາເຫັນທີ່ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ ໂດຍ ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (VCCI) ສົມທົບກັບ ສະພາສົ່ງເສີມການສົ່ງອອກຂະແໜງກົນຈັກ ອິນເດຍ (EEPC) ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 22 ກັນຍາ, ທ່ານ Mahesh Desai  ປະທານສະພາສົ່ງເສີມການສົ່ງອອກຂະແໜງກົນຈັກ ອິນເດຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ ຂອງ ອິນເດຍ ຍ້ອນມີລະດັບການເຕີບໂຕເສດຖະກິດສູງ, ພັດທະນາຢ່າງຂະຫຍັນຂັນເຄື່ອນ, ຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດ, ແລະ ແມ່ນຈຸດນັດພົບທີ່ດູດດື່ມຂອງນັກລົງທຶນຕ່າງປະເທດ. ສໍາລັບ ອິນເດຍ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ ກ່ຽວກັບການຄ້າ ແລະ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນ ໂດຍສະເພາະແມ່ນໃນຂົງເຂດ ເຕັກນິກ, ເຄື່ອງກົນຈັກ ຮັບໃຊ້ການຜະລິດ.

         ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ. ບັນດາຂົງເຂດກ່ຽວກັບການ ຫັນມານໍາໃຊ້ເຄື່ອງກົນຈັກ, ປະດິດສ້າງເຄື່ອງຈັກ, ກະສິກໍາ ແມ່ນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືກັນ, ພິເສດແມ່ນການຮ່ວມມື ຫຼັງໄລຍະ ໂຄວິດ- 19.


ຕອບກັບ

ຂ່າວ/ບົດ​ອື່ນ