ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ມີ​ທີ່​ຕັ້ງ​ບົດ​ບາດ​ດີ​ທີ່​ສຸດ​ຢູ່ ອາ​ຊີ - ປາ​ຊີ​ຟິກ ໃນ 6 ເດືອນ​ຕົ້ນ​ປີ 2024

(VOVWORLD) - ທ່ານ Andy Ho, ຜູ້ອຳນວຍການ ການລົງທຶນ VinaCapital Group ຖືວ່າ ປັດຈຸບັນ ແມ່ນຈຸດເວລາເພື່ອໃຫ້ບັນດານັກລົງທຶນເຂົ້າຮ່ວມຕະຫຼາດຫຼັກຊັບ ຫວຽດນາມ. 
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ມີ​ທີ່​ຕັ້ງ​ບົດ​ບາດ​ດີ​ທີ່​ສຸດ​ຢູ່ ອາ​ຊີ - ປາ​ຊີ​ຟິກ ໃນ 6 ເດືອນ​ຕົ້ນ​ປີ 2024 - ảnh 1ທ່າກຳປັ່ນ ກາຍແມບ (ພາບ: TTXVN)

ວັນທີ 7 ມັງກອນ, CNBC ຊ່ອງຂໍ້ມູນຂ່າວທຸລະກິດຂອງ ອາເມລິກາ ໄດ້ມີບົດຂຽນຄັດສະເໜີຄຳເວົ້າຂອງບັນດານັກວິໄຈ ໂດຍຄາດຄະເນວ່າ ອິນເດຍ, ຍີ່ປຸ່ນ ແລະ ຫວຽດນາມ ຈະແມ່ນບັນດາຕະຫຼາດ ມີທີ່ຕັ້ງບົດບາດດີທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ ໃນ 6 ເດືອນຕົ້ນປີ 2024. ຫວຽດນາມ ກໍ່ໄດ້ຮັບຖືວ່າແມ່ນສະຖານທີ່ລົງທຶນທີ່ດີສຳລັບນັກລົງທຶນຕ່າງປະເທດ. ການເຕີບໂຕ GDP ຄາດວ່າຈະບັນລຸແຕ່ 6% - 6,5% ໃນປີນີ້ ຍ້ອນການນຳເຂົ້າ - ສົ່ງອອກຢ່າງແຮງ ແລະ ການຜະລິດທີ່ເພີ່ມຂຶ້ນສູງ. ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເພີ່ມຂຶ້ນກ່ວາ 14% ເມື່ອທຽບໃສ່ກັບປີ 2022. ທ່ານ Andy Ho, ຜູ້ອຳນວຍການ ການລົງທຶນ VinaCapital Group ຖືວ່າ ປັດຈຸບັນ ແມ່ນຈຸດເວລາເພື່ອໃຫ້ບັນດານັກລົງທຶນເຂົ້າຮ່ວມຕະຫຼາດຫຼັກຊັບ ຫວຽດນາມ. ທ່ານໃຫ້ຮູ້ວ່າ ຈຳນວນການແລກປ່ຽນຄ້າຂາຍໃນທຸກວັນຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນແຕ່ 500 ລ້ານ USD ເຖິງ ປະມານ 1 ຕື້ USD/ປີ.

ໃນຂະນະນັ້ນ, ທ່ານ Tyler Nguyen ຮອງປະທານທັງເປັນຢູ່ຜູ້ນຳໜ້າສ່ວນຂາຍຫຸ້ນສ່ວນຈັດຕັ້ງ ຢູ່ Maybank Securities Vietnam ຖືວ່າ ບັນດານັກລົງທຶນມີຄວາມປະເອີບໃຈຕໍ່ຂົງເຂດການຄ້າເອເລັກໂຕນິກຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ