ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຮັບບຸລິມະສິດຮັບວັກຊິນ 25 ລ້ານໂດສ ຂອງອາເມລິກາ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນຈຳນວນບັນດາປະເທດທີ່ໄດ້ຮັບບຸລິມະສິດຮັບວັກຊິນ 25 ລ້ານໂດສທຳອິດຂອງ ອາເມລິກາ ລວມທັງວັກຊິນ  Pfizer, Moderna ແລະ Johnson&Johnson.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ໄດ້ຮັບບຸລິມະສິດຮັບວັກຊິນ 25 ລ້ານໂດສ ຂອງອາເມລິກາ - ảnh 1ຫວຽດນາມ ແມ່ນໜຶ່ງໃນຈຳນວນບັນດາປະເທດທີ່ໄດ້ຮັບບຸລິມະສິດຮັບວັກຊິນ 25 ລ້ານໂດສທຳອິດຂອງ ອາເມລິກາ
(ພາບປະກອບ: Reuters/ TTXVN)

ວັນທີ 03 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ປະກາດແຜນການຈັດແບ່ງວັກຊິນກັນໂຄວິດ-19 ຈຳນວນ 80 ລ້ານໂດສ ໃຫ້ບັນດາປະເທດໃນໂລກ. ອາເມລິກາ ຈະປະກອບສ່ວນຈຳນວນວັກຊິນ 75% ນີ້ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax ໂດຍສະຫະປະຊາຊາດປະສານງານ. ຈຳນວນວັກຊິນດັ່ງກ່າວຈະໃຫ້ບຸລິມະສິດສະຫງວນໃຫ້ທະວີບອາເມລິກາລາຕິນ ແລະ ກາຣີເບ, ອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຟະລິກາ.

        ໃນຈຳນວນວັກຊິກ 25 ລ້ານໂດສທຳອິດນັ້ນ, ອາເມລິກາ ຈະສະຫງວນຈຳນວນ 7 ລ້ານໂດສໃຫ້ແກ່ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນໜຶ່ງໃນຈຳນວນບັນດາປະເທດທີ່ໄດ້ຮັບບຸລິມະສິດຮັບວັກຊິນ 25 ລ້ານໂດສທຳອິດຂອງ ອາເມລິກາ ລວມທັງວັກຊິນ  Pfizer, Moderna ແລະ Johnson&Johnson.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Joe Biden ໄດ້ແຈ້ງໃຫ້ຊາບວ່າ ຈະແບ່ງປັນວັກຊິນກັນໂຄວິດ-19 ຈຳນວນ 80 ລ້ານໂດສ ໃຫ້ບັນດາປະເທດໃນໂລກໃນທ້າຍເດືອນ ມິຖຸນາ ນີ້. ອາເມລິກາ ກໍ່ໃຫ້ຄຳໝັ້ນສັນຍາສະຫງວນຈຳນວນເງິນ 4 ຕື້ USD ໃຫ້ແກ່ຂໍ້ລິເລີ່ມວັກຊິນທົ່ວໂລກ Covax ໃນຮອບເວລາ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ