ຫ​ວຽດ​ນາມ “ແມ່​ເຫຼັກ” ດຶງດູດ “ບໍ​ລິ​ສັດ​ໃຫຍ່” ຂອງ​ຂະ​ແໜງເຕັກ​ໂນ​ໂລ​ຢີ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ມາ​ຊອກ​ຫາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ

(VOVWORLD) -ບັນດາກຸ່ມບໍລິສັດ ສ.ເກົາຫຼີ ພວມຫັນມາສົນໃຈເຖິງແຫຼ່ງວິສະວະກອນເຕັກໂນໂລຢີຂອງ ຫວຽດນາມ. ບໍລິສັດເຄິ່ງຊັກນຳໄຟຟ້າ BOS Semiconductors ຂອງ ສ.ເກົາຫຼີ ໄດ້ລົງທຶນເຂົ້ານະຄອນ ໂຮ່ຈີມິນ ນັບແຕ່ປີ 2022 ແລະ ໄດ້ພັດທະນາກຸ່ມໜູນຊ່ວຍກາຍເປັນກຳລັງບຸກຄະລາກອນທີ່ເຂັ້ມແຂງກວ່າ, ຍ້ອນຄຸນນະພາບຂອງຖັນແຖວວິສະວະກອນ ຫວຽດນາມ ເຊິ່ງເຂົາເຈົ້າໄດ້ຮັບສະໝັກໃນເບື້ອງຕົ້ນ.
ຫ​ວຽດ​ນາມ “ແມ່​ເຫຼັກ” ດຶງດູດ “ບໍ​ລິ​ສັດ​ໃຫຍ່” ຂອງ​ຂະ​ແໜງເຕັກ​ໂນ​ໂລ​ຢີ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ມາ​ຊອກ​ຫາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ - ảnh 1(ພາບປະກອບ:  Reuters)

ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ Nikkei Asia ສະບັບອອກວັນທີ 14 ສິງຫາ ໃຫ້ຮູ້ວ່າ ກຸ່ມບໍລິສັດ Alchip Technologies ທີ່ສະໜອງການບໍລິການອອກແບບຊິບ AI ແຖວໜ້າຂອງ ໄຕ້ຫວັນ (ຈີນ), ພວມຍູ້ແຮງການຊອກຫາຜູ້ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ ເພື່ອເຂົ້າຮ່ວມກຸ່ມຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ປັດຈຸບັນ ມີແຜນການສ້າງຕັ້ງຫ້ອງການຕາງໜ້າທຳອິດຂອງກຸ່ມບໍລິສັດ ຢູ່ ຫວຽດນາມ ໃນປີນີ້. ທ່ານ Johnny Shen ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານ (CEO) Alchip Technologies  ໄດ້ເນັ້ນໜັກວ່າ ແຫຼ່ງວິສະວະກອນທີ່ມີຄວາມເກັ່ງກ້າສາມາດທີ່ເຕັມໄປດ້ວຍຄວາມຫວັງຂອງ ຫວຽດນາມ ໄດ້ກາຍເປັນການເລືອກເຟັ້ນອັນຈັບອົກຈັບໃຈສຳລັບກຸ່ມບໍລິສັດ.

        ຕາມບົດຂຽນ, ບັນດາກຸ່ມບໍລິສັດ ສ.ເກົາຫຼີ ກໍພວມຫັນມາສົນໃຈເຖິງແຫຼ່ງວິສະວະກອນເຕັກໂນໂລຢີຂອງ ຫວຽດນາມ. ບໍລິສັດເຄິ່ງຊັກນຳໄຟຟ້າ BOS Semiconductors ຂອງ ສ.ເກົາຫຼີ ໄດ້ລົງທຶນເຂົ້ານະຄອນ ໂຮ່ຈີມິນ ນັບແຕ່ປີ 2022 ແລະ ໄດ້ພັດທະນາກຸ່ມໜູນຊ່ວຍກາຍເປັນກຳລັງບຸກຄະລາກອນທີ່ເຂັ້ມແຂງກວ່າ, ຍ້ອນຄຸນນະພາບຂອງຖັນແຖວວິສະວະກອນ ຫວຽດນາມ ເຊິ່ງເຂົາເຈົ້າໄດ້ຮັບສະໝັກໃນເບື້ອງຕົ້ນ.

        ບໍລິສັດເຕັກໂນໂລຢີ Marvell ຂອງ ອາເມລິກາ ໄດ້ພັນລະນາວ່າ ຫວຽດນາມ “ມີທີ່ຕັ້ງຍຸດທະສາດເພື່ອພັດທະນວິສະວະກອນເຕັກນິກທີ່ມີຄວາມເກັ່ງກ້າສາມາດ”. ປັດຈຸບັນ, Marvell ໄດ້ວາງເປົ້າໝາຍເພີ່ມຈຳນວນວິສະວະກອນເຕັກໂນໂລຢີຢູ່ ຫວຽດນາມ ຂຶ້ນປະມານ 500 ຄົນ ໃນປີ 2026.

ຕອບກັບ

ຂ່າວ/ບົດ​ອື່ນ