ຫວຽດ​ນາມ ແລກ​ປ່ຽນ​ລ່ວ​ງ​ໜ້າ​ກັບ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ເລື່ອງ​ຍື່ນ​ສະ​ເໜີ​ເອ​ກະ​ສາ​ນ​ເຂດຂັ້ນ​ໄຫຼ່​ທະ​ວີບ​ເປີດກວ້າງ

(VOVWORLD) - ການແລກປ່ຽນຕ່າງໆໄດ້ດຳເນີນໃນບັນຍາກາດຈິງໃຈ, ມິດຕະພາບ ແລະ ກົງໄປກົງມາ. ບັນດາປະເທດ ຕ່າງກໍຮັບຮູ້ ແລະ ເຄົາລົບສິດຂອງ ຫວຽດນາມ ຕໍ່ກັບບັນຫານີ້ ແມ່ນສອດຄ່ອງກັບຂໍ້ກຳນົດໃນມາດຕາ 46 ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.”
ຫວຽດ​ນາມ ແລກ​ປ່ຽນ​ລ່ວ​ງ​ໜ້າ​ກັບ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ເລື່ອງ​ຍື່ນ​ສະ​ເໜີ​ເອ​ກະ​ສາ​ນ​ເຂດຂັ້ນ​ໄຫຼ່​ທະ​ວີບ​ເປີດກວ້າງ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ໂດຍກ່ຽວຂ້ອງເຖິງເລື່ອງ ຫວຽດນາມ ຍື່ນສະເໜີເອກະສານກ່ຽວກັບເຂດຂັ້ນໄຫຼ່ທະວີບເປີດກວ້າງ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 18 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ທັດສະນະຂອງ ຫວຽດນາມ ໄດ້ສະແດງຢ່າງຈະແຈ້ງໃນຖະຫຼງການຂອງກະຊວງການຕ່າງປະເທດ ຫວຽດນາມ ກ່ຽວກັບເລື່ອງ ຫວຽດນາມ ຍື່ນສະເໜີເອກະສານກ່ຽວກັບເຂດຂັ້ນໄຫຼ່ທະວີບເປີດກວ້າງອອກໄປ 200 ໄມທະເລຢູ່ເຂດໃຈກາງທະເລຕາເວັນອອກ. ເພື່ອສະແດງເຈດຈຳນົງ ແລະ ນ້ຳໃຈຄວາມຮັບຜິດຊອບຂອງຕົນ, ຫວຽດນາມ ໄດ້ແຈ້ງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຖິງບັນຫານີ້ ຜ່ານຊ່ອງທາງການທູດ. ການແລກປ່ຽນຕ່າງໆໄດ້ດຳເນີນໃນບັນຍາກາດຈິງໃຈ, ມິດຕະພາບ ແລະ ກົງໄປກົງມາ. ບັນດາປະເທດ ຕ່າງກໍຮັບຮູ້ ແລະ ເຄົາລົບສິດຂອງ ຫວຽດນາມ ຕໍ່ກັບບັນຫານີ້ ແມ່ນສອດຄ່ອງກັບຂໍ້ກຳນົດໃນມາດຕາ 46 ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.”

ຕອບກັບ

ຂ່າວ/ບົດ​ອື່ນ