ຫວຽດນາມ ແລະ Costa Rica ດຳເນີນການທາບທາມຄວາມເຫັນດ້ານການເມືອງ

ຫວຽດນາມ ແລະ Costa Rica ດຳເນີນການທາບທາມຄວາມເຫັນດ້ານການເມືອງ - ảnh 1
(ທ່ານ ລັດຖະມົນ​ຕີ​ຊ່ວຍວ່າການ​
ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມງອກ)


(vovworld) – ​ໂດຍ​​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສ.Costa Rica, ທ່ານ ລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຮ່າ​ກິມງອກ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປ​ຢ້ຽມຢາມ Costa Rica ຢ່າງ​ເປັນ​ທາງ​ການ, ​ເນ​ື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 7 (FMM 7) ຂອງ​​ເວທີ​ປາ​ໄສ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ (FEALAC) ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ San Jose ​ໃນ​ລະຫວ່າງ​ວັນ​ທີ 20 – 21/08. ​​ໃນ​ຂ​ອບ​ເຂດການ​ຢ້ຽມຢາມ, ວັນ​ທີ 20/08, ທ່ານລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ​ແລະ ທ່ານລັດຖະມົນ​ຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ Alejandro Solano Ortiz ​ເປັນ​ປະທານ​ວາລະ​ປະຊຸມທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມ​ືອງຄັ້ງ​ທີ 2 ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ.

          ທີ່​ການ​ປະຊຸມ, ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ໄດ້​ຕີ​ລາຄາ​ກົນ​ໄກ​ທາບທາມ​ຄວາມ​ເຫັນ​ລະຫວ່າງ 2 ກະຊວງ ​ແມ່ນ​ມີ​ຜົນ​ປະ​ໂຫຍດ ​ແລະ ຕ້ອງຮັກສາ​ເປັນ​ປະຈຳ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ນັບ​ທັງ​ທາງ​ດ້ານ 2 ຝ່າ​ຍ ​ແລະ ຫຼາຍ​ຝ່າຍ; ຝ່າ​ຍ Costa Rica ​ໃຫ້​ຄຳ​ໝັ້ນ​ສັນຍາ​ພິຈາລະນາ​ຢ່າງ​ຕັ້ງໜ້າ ​ແລະ ສະດວກ​ບັນດາ​ຂໍ້​ສະ​ເໜີ​ສະໜັບສະໜູນຂອງ​ຫວຽດນາມ ​ກາຍ​ເປັນ​ສະມາຊິກ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ອາຍຸ​ການ 2020 – 2021…

          ​ເນື່ອງ​​ໃນ​ໂອກາດ​ນີ້, 2 ຝ່າຍ​ກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ; ​ເຫັນ​ດີ​ສະໜັບສະໜູນ​ຫຼັກ​ໝັ້ນ​​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕ ຜ່ານ​ການ​ເຈ​ລະ​ຈາ​​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ