ຫວຽດນາມ ແລະ UAE ວາງເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 10 ຕື້ USD

(VOVWORLD) - ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ UAE.
ຫວຽດນາມ ແລະ UAE ວາງເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 10 ຕື້ USD - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Thani bin Ahmed Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດຂອງກະຊວງເສດຖະກິດ ແລະ ສະຫະລັດອາຣັບເອັມມີເຣດ)

        ຕອນບ່າຍວັນທີ 26 ສິງຫາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Thani bin Ahmed Al Zeyoudi, ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດຂອງກະຊວງເສດຖະກິດ ແລະ ສະຫະລັດອາຣັບເອັມມີເຣດ (UAE), ພ້ອມກັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງ UAE, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ UAE. ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສິ້ນສຸດການເຈລະຈາໂດຍໄວ, ມຸ່ງໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ຫວຽດນາມ - UAE (CEPA); ສິ້ນສຸດການເຈລະຈາໂດຍໄວ, ມຸ່ງໄປເຖິງການລົງນາມໃນສັນຍາ CEPA ຢ່າງດຸ່ນດ່ຽງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ສ້າງຄວາມສະດວກ, ສົ່ງເສີມບັນດາວິສາຫະກິດຂອງ 2 ປະເທດຮ່ວມມື, ລົງທຶນ; ຫັນການປະຕິບັດເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 10 ຕື້ USD ໂດຍໄວ. ພ້ອມກັນນັ້ນ, ກໍ່ຍູ້ແຮງການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັດ; ເພີ່ມທະວີການຮ່ວມມືໃນການພັດທະນາຂະແໜງອາຫານ Halal, ກະສິກຳ, ສິນໃນນ້ຳ, ຜັກພືດ, ໝາກໄມ້ສົດ, ອາຫານປຸງແຕ່ງ… ຂອງ ຫວຽດນາມ ໄປຍັງ UAE ແລະ ພາກພື້ນຕາເວັນອອກກາງ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ເພີ່ມທະວີການຮ່ວມມືໃນການອອກແຮງງານ, ວັດທະນະທຳ, ກິລາ, ຊຸກຍູ້ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນກັບການສ້າງຄວາມສະດວກໃນການອອກວີຊາ, ເປີດສາຍການບິນໂດຍກົງ.

        ສ່ວນທ່ານ Thani bin Ahmed Al Zeyoudi ຢືນຢັນວ່າ, UAE ຢາກເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດ ເພື່ອຜະລິດ, ປຸງແຕ່ງອາຫານ Halal ຢູ່ ຫວຽດນາມ; UAE ກໍ່ຈະສ້າງສະພາຮ່ວມມືວິສາຫະກິດກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ