ຫວຽດນາມ ແລະ UNICEF ຊຸກຍູ້ການຮ່ວມມືໃນການເບິ່ງແຍງ ແລະ ປົກປ້ອງເດັກ

(VOVWORLD) - ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ໄດ້ສະເໜີໃຫ້ UNICEF ເພີ່ມທະວີການໜູນຊ່ວຍດ້ານເຕັກນິກ, ລະດົມແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ສ້າງລະບົບກົດໝາຍໃຫ້ສົມບູນແບບ
ຫວຽດນາມ ແລະ UNICEF ຊຸກຍູ້ການຮ່ວມມືໃນການເບິ່ງແຍງ ແລະ ປົກປ້ອງເດັກ - ảnh 1(ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ແລະ ທ່ານນາງ Catherine Mary Russell, ຜູ້ອຳນວຍການບໍລິຫານກອງທຶນເຍົາວະຊົນສະຫະປະຊາຊາດ)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 68 ຄະນະກຳມະການຖານະບົດບາດແມ່ຍິງ (CSW) ຂອງສະພາເສດຖະກິດ, ສັງຄົມສະຫະປະຊາຊາດ ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 13 ມີນາ, ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ Catherine Mary Russell, ຜູ້ອຳນວຍການບໍລິຫານກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF).

        ທີ່ການຕ້ອນຮັບ, ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ໄດ້ສະເໜີໃຫ້ UNICEF ເພີ່ມທະວີການໜູນຊ່ວຍດ້ານເຕັກນິກ, ລະດົມແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປະຕິບັດສຳເລັດບັນດາໂຄງການກະທຳແຫ່ງຊາດໄລຍະ 2022 – 2026, ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ບັນດາໂຄງການກ່ຽວກັບນ້ຳສະອາດ ແລະ ຫຼັກອະນາໄມ, ສາທາລະນະສຸກ, ຕ້ານການໃຊ້ຄວາມຮຸນແຮງສຳລັບເດັກ, ສ້າງປະມວນດັດຊະນີຕີລາຄາວຽກງານປົກປ້ອງ ແລະ ເບິ່ງແຍງດູແລເດັກໃຫ້ໃກ້ກັບບັນດາມາດຕະຖານສາກົນ…

        ສ່ວນທ່ານນາງ Catherine Mary Russell, ຕີລາຄາສູງເລື່ອງ ຫວຽດນາມ ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວຮ່ວມມືໃນໄລຍະຜ່ານມາ, ກໍຄືຄຳໝັ້ນສັນຍາສາກົນຢ່າງແຮງ ກ່ຽວກັບສິດທິເດັກຂອງ ຫວຽດນາມ; ທ່ານນາງຢືນຢັນວ່າ, ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຕັ້ງໜ້າຜັນຂະຫຍາຍບັນດາໂຄງການແຫ່ງຊາດ ຫວຽດນາມ - UNICEF ໄລຍະ 2022 – 2026 ແລະ ຮັບປະກັນສິດທິເດັກນັບມື້ນັບດີຂຶ້ນ, ໂດຍສະເພາະແມ່ນດ້ານການສຶກສາ, ສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ