ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ

(VOVWORLD) -ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ.
ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ
(ພາບ: TTXVN)

ການຢ້ຽມຢາມກຸຍບາ ຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 18 – 20 ກັນຍາ ມີຄວາມໝາຍສຳຄັນພິເສດ. ນີ້ເປັນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຸຍບາ ເລແທັງຕຸ່ງ ເມື່ອຕອບສຳພາກຕໍ່ນັກຂ່າວ VOV ກ່ອນການຢ້ຽມຢາມ. ທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງ ເນັ້ນໜັກວ່າ:

“ການເດີນທາງໄປຢ້ຽມຢາມໄດ້ຢືນຢັນກ່ຽວກັບຄວາມປາດຖະໜາ ກໍ່ຄືຄວາມຕັດສິນໃຈຂອງພັກ ແລະ ລັດ ຫວຽດນາມ ແມ່ນສືບຕໍ່ເພີ່ມທະວີສາຍພົວພັນສາມັກຄີແບບອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຢ່າງບໍ່ຢຸດຢັ້ງ. ໃນການຢ້ຽມຢາມຄັ້ງນີ້, ການນຳພັກ ແລະ ລັດຂອງ 2 ປະເທດຈະຕີລາຄາກ່ຽວກັບສະພາບການຕົວຈິງຂອງການຮ່ວມມື 2 ຝ່າຍ, ສຸມໃສ່ປຶກສາຫາລື ແລະ ເປັນເອກະພາບກ່ຽວກັບທິດທາງ ກໍຄືບັນດາມາດຕະການເພື່ອເຮັດແນວໃດເພີ່ມທະວີ, ເຮັດໃຫ້ສາຍພົວພັນສາມັກຄີຖານອ້າຍນ້ອງລະຫວ່າງຫວຽດນາມ ແລະ ກຸຍບາ ເລິກເຊິ່ງກວ່າອີກ ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ສາມາດເພີ່ມເຕີມໃຫ້ແກ່ກັນໄດ້”.

ຕາມທ່ານເອກອັກຄະລັດຖະທູດ ເລແທັງຕຸ່ງແລ້ວ ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2  ແລະ ແມ່ນປະເທດລົງທຶນຫຼາຍທີ່ສຸດຢູ່ພາກພື້ນອາຊີ - ທະວີບໂອເຊອານີ ຢູ່ ກຸຍບາ. ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ຫວຽດນາມ ແລະ ກຸຍບາ ໄດ້ສະຫງວນການສະໜັບສະໜູນໃຫ້ແກ່ກັນ ດ້ວຍບັນດາຂອງຂວັນ, ເຄື່ອງຂອງອຸປະຖຳທີ່ແທດຈິງ ແລະ ມີຄວາມໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ