ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືດ້ານກະສິກຳ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29/07, ​ໃນ​ການ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກກັບ​ການ​ນຳ​ແຂວງ​ຕ່ຽນຢາງ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ Hou Eng ປາດ​ຖະໜາ​ວ່າ ​ແຂວງ​ຕ່ຽນຢາງ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ບັນດາ​ທ້ອງ​ຖິ່ນ​ຂອງ​ກຳປູ​ເຈຍ ​ໃນ​ການ​ພັດທະນາ​ການຜະລິດ​ກະສິກຳ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ແຂວງ​ຕ່ຽນຢາງ ​ໃນ​ລະຫວ່າງ​ວັນ​ທີ 29/07 – 02/08, ​ລັດຖະມົນຕີ​ກະຊວງ​ແຜນການແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ​ພ້ອມ​ດ້ວຍ​ຄະນະໄດ້​ເຮັດ​ວຽກ​ກັບ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ; ກົມ​ສະ​ຖິຕິ​ແຂວງ​ຕ່ຽນຢາງ, ​ແບ່ງ​ປັນ​ບົດຮຽນ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ຊີ້​ນຳ​ແຜນການ​ຂັ້ນ​ແຂວງ, ​ເພື່ອສາມາດ​ນຳ​ໃຊ້​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ​ກຳປູ​ເຈຍ. ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຕ່ຽນຢາງ ​ເລ​ວັນ​ເຮືອງ ພ້ອມ​ກັບ​ການ​ນຳ​ບາງ​ພະ​ແນ​ກ, ຂະ​ແໜງ​ການ​ຂອງ​ແຂວງ​ຕ່ຽນຢາງ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ແຜນການ​ກຳປູ​ເຈຍ; ​ແນ​ະນຳ​ກັບ​ຄະນະ​ບາງ​ຜົນງານ​ດີ​ເດັ່ນ​ໃນ​ບັນດາ​ຂົງ​ເຂດ​​ເສດຖະກິດ, ສັງຄົມ​ຂອງ​ແຂວງ.

ຂ່າວ/ບົດ​ອື່ນ