ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືພັດທະນາຊາຍແດນ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືພັດທະນາຊາຍແດນ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/8, ຢູ່​ແຂວງ Ratanakiri, ກຳປູ​ເຈຍ, ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ແນວ​ໂຮມ​ສາມັກຄີ​ພັດທະນາ​ປະ​ເທດ​ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສາກົນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ກຳປູ​ເຈຍ, ສັນຕິພາບ, ມິດຕະພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ 2012. ກອງ​ປະຊຸມ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ “ປີມິດຕະພາບຫວຽດນາມ - ກຳປູ​ເຈ​ຍ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (24/6/1967 – 24/6/2012). ຜູ້​ແທນ​ແນວ​ໂຮມ​ຂອງສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື ​ແລະ ບັນດາ​ເນື້ອ​ໃນ​​ແຈ້ງ​ການ​ຮ່ວມ​ຫວຽດນາມ - ກຳປູ​ເຈຍ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​​​ເມື່ອ​ວັນ​ທີ 31/7/2010 ຢູ່​ແຂ​ວງ ​ໄຕ​ນິງ (ຫວຽດນາມ) ລະຫວ່າງ​​ແນວ​ໂຮມ​ຂອງ​ສອງ​ປະ​ເທດ ​ແລະ 10 ​ແຂວງ​ຂອງ​ກຳປູ​ເຈຍ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ.

ຂ່າວ/ບົດ​ອື່ນ