ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນການປາບປາມຢາເສບຕິດ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນການປາບປາມຢາເສບຕິດ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Xuan Phuc ແລະ ທ່ານນາຍົກລັດຖະມົນຕີ Ke Kim Yan
(ພາບ: Xuân Khu/Vietnam+)

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາຊະ​ອານາຈັກ ກຳປູ​ເຈ​ຍ, ວັນ​ທີ 15/8, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Xuan Phuc, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປາບ​ປາມ​ຢາ​ເສບ​ຕິດ, AIDS ​ແລະ ​ໂສ​ເພນີ​ຫວຽດນາ​ມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Ke Kim Yan, ປະທານ​ອົງການ​ແຫ່ງ​ຊາດ​ປາບ​ປາມ​ຢາ​ເສບ​ຕິດ ກຳປູ​ເຈຍ. 2 ຝ່າຍ​ໄດ້​​ເຫັນ​ດີເປັນ​​ເອກະ​ພາບ​​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ປ້ອງ​ກັນ, ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ, ​ໃນ​ສະພາບ​ການ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ນັບ​ມື້​ນັບ​ເລັ່ງ​ໃສ່ ກຳ​ປູ​ເຈຍ ດັ່ງສະຖານ​ທີ່ສົ່ງ​ຕໍ່ຢາ​ເສບ​ຕິດ​ໃນ​ພາກ​ພື້ນ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ ກຳປູ​ເຈຍ ບຳລຸງ​ສ້າງ​ຖັນ​ແຖວ​ທ່ານໝໍ, ພະນັກງານ​ການ​ແພດ ​ທີ່ເຮັດ​ວຽກ​ໃນ​ບັນດາ​ສູນ​ບຳບັດ​ຜູ້​ເສບ​ຢາ​ເສບ​ຕິດ​ໃນວົງ​ຄະນະ​ຍາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ ກຳປູ​ເຈຍ ​ແລະ ຫວຽດນາມ ​ໃນ​ບັ້ນ​ຮົບ​ປາບ​ປາ​ມຢາ​ເສບ​ຕິດ​ຢ່າງ​ມີ​ປະສິດທິ​ຜົນ.

“ການ​ປາບ​ປາມ​ຢາ​ເສບ​ຕິດ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະ​ປະ​ເທດ. ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ອາ​ຊຽນ ພວມ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ລົບ​ລ້າງ​ຢາ​ເສບ​ຕິດ​ຢ່າງ​ສົມ​ບູນ​ໃນ​ປີ 2015. ບັນດາ​ປະ​ເທດ​ສະມາ​ຊິກ​ລ້ວນ​ແຕ່​ຕ້ອງ​ມານະ​ພະຍາຍາມ​ປະຕິບັດ​ວຽກ​ງານປາບ​ປາມ​ຢາ​ເສບ​ຕິດ. ກຳປູ​ເຈ​ຍ ​ແລະ ຫວຽດນາມ ​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ດັ່ງ​ນັ້ນ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ຕ້ອງ​ໄດ້​ຖື​ເປັນ​ສຳຄັນ.”

ທີ່​ການ​ເຈລະ​ຈາ, 2 ຝ່າຍ​ກໍ​ຢືນຢັນ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ 3 ປະ​ເທດ ກຳປູ​ເຈຍ, ຫວຽດນາມ ​ແລະ ລາວ.

ຂ່າວ/ບົດ​ອື່ນ