ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນຂົງເຂດສາສະໜາ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີ ການຮ່ວມມືໃນຂົງເຂດສາສະໜາ - ảnh 1
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດສາສະໜາ
(ພາບ: TTXVN)


(vovworld) – ວັນ​ທີ 2/2, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ສາສະໜາ​ລັດຖະບານ ​ແລະ ກະຊວງພິທີການ ​ແລະ ສາສະໜາ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໄດ້​ມີ​ການ​ພົບ​ປະເຈລະຈາ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ສາ​ສະໜາ​ໄລຍະ 2015-2020.

ທີ່​ການ​ເຈລະຈາ, ການ​ນຳ​ຄະນະ​ສາສະໜາ​ລັດຖະບານ ​ແລະ ກະຊວງ​ພິທີການ ແລະ ສາສະໜາ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ສາສະໜາ, ບົດຮຽນຄຸ້ມຄອງ​ລັດກ່ຽວກັບສາສະໜາ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ທັງ​ຕີ​ລາຄາ​ໝາກຜົນ​ການ​ປະຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ສາສະໜາ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອປີ 2007 ລະຫວ່າງ​ຄະນະ​ສາສະໜາ​ລັດຖະບານ ​ແລະ ກະຊວງ ພິທີການ ​ແລະ ສາສະໜາ​ລາຊະ​ອານາຈັກ​ກຳປູ​ເຈຍ. 2 ຝ່າຍ​ໄດ້​ຢືນຢັນ​ວ່າ: ໝາກຜົນ​ນັ້ນ​ໄດ້​ປະກອບສ່ວນ​​ໃນ​ວຽກ​ງານ​ສາສະໜາ​ຢູ່​ແຕ່ລະ​ປະ​ເທດ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປ​ັນມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ຫວຽດນາມ-​ກຳປູ​ເຈຍ.

        ​ໃນ​ຂອບ​ເຂດ​ການ​ພົບ​ປະເຈລະຈາ, ຄະນະ​ສາສະໜາ​ລັດຖະບານ ​ແລະ ກະຊວງພິທີການ ​ແລະ ສາສະໜາກຳປູ​ເຈຍ ​ໄດ້​​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ວຽກ​ງານ​ສາສະໜາ​ໄລຍະ 2015-2020, ​ແທນ​ທີ່​ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ຮ່ວມ​ມື​​ໃນປີ 2007.

ຂ່າວ/ບົດ​ອື່ນ