ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີສາກົນ

(VOVWORLD) -ທີ່ການເຈລະຈາ, 2 ຝ່າຍຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ການແຜ່ລະບາດຂອງໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດ.
ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສະໜັບສະໜູນເຊິ່ງກັນແລະກັນບົນເວທີສາກົນ - ảnh 1ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
(ພາບ: qdnd.vn)

ຕອນບ່າຍວັນທີ 07 ພຶດສະພາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກ ກຳປູເຈຍ Samdach Picheysean Tia Banh.

        ທີ່ການເຈລະຈາ, 2 ຝ່າຍຕີລາຄາວ່າ ນັບແຕ່ປີ 2020 ມາຮອດປະຈຸບັນ, ການແຜ່ລະບາດຂອງໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດ. ໃນໄລຍະຈະມາເຖິງ, ໂລກລະບາດໂຄວິດ-19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບເຖິງການຜັນຂະຫຍາຍແຜນການຮ່ວມມືປີ 2021 ເຊິ່ງ 2 ຝ່າຍໄດ້ລົງນາມນຳກັນແລ້ວ. ສະນັ້ນ, 2 ຝ່າຍຕ້ອງຕັ້ງໜ້າປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ມາດຕະການດຳເນີນໃຫ້ເໝາະສົມກັບແຕ່ລະເນື້ອໃນຮ່ວມມືຢ່າງລະອຽດ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ຮັກສາກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສະກັດກັ້ນ ແລະ ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ…; ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍເຊິ່ງຕ່າງຝ່າຍຕ່າງເປັນສະມຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ