ຫວຽດນາມ ແລະ ຄູເວດເພີ່ມທະວີການຮ່ວມມືສອງຝ່າຍ

(VOVWORLD) -ຕອນບ່າຍວັນທີ 19 ມີນາ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ແລະ ຜູ້ຊ່ວຍທ່ານລັດຖະມົນຕີກະຊວງການຕ່າງປະເທດ ຄູເວດ Ali Suleiman Al – Saeed ເປັນປະທານຮ່ວມການປຶກສາຫາລື ດ້ານການເມືອງຄັ້ງທີ III ຫວຽດນາມ - ຄູເວດ.
ຫວຽດນາມ ແລະ ຄູເວດເພີ່ມທະວີການຮ່ວມມືສອງຝ່າຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ແລະ ຜູ້ຊ່ວຍທ່ານລັດຖະມົນຕີກະຊວງການຕ່າງປະເທດ ຄູເວດ Ali Suleiman Al – Saeed 

 ທີ່ການປຶກສາຫາລື, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະ ຜູ້ແທນ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກການຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວໃຫ້ມີປະສິດທິຜົນ, ແທດຈິງ . ສອງຝ່າຍເນັ້ນໜັກວ່າ ໃນໄລຍະຈະມາເຖິງ ຈະສຸມໃສ່ຍູ້ແຮງການຮ່ວມມືໃນຂົງເຂດ ເສດຖະກິດ ເພື່ອແນໃສ່ເພີ່ມທະວີການແລກປ່ຽນຂໍ້ດ້ານການຄ້າ, ການລົງທຶນ, ODA, ຊຸກຍູ້ການຮ່ວມມືແຮງງານ…ໂດຍຜ່ານບັນດາມາດຕະການຄືເພີ່ມທະວີການແລກປ່ຽນຂໍ້ມູນ ຂ່າວສານກ່ຽວກັບນະໂຍບາຍ ແລະ ກາລະໂອກາດການຮ່ວມມືດ້ານການຄ້າ, ການສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ປະຊາຄົມວິສາຫະກິດຂອງສອງປະເທດເພີ່ມທະວີການ ສຳຜັດ ແລະ ເຊື່ອມຕໍ່ຄູ່ຮ່ວມມື, ເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມການຄ້າ, ງານຕະຫຼາດນັດ, ງານວາງສະແດງສິນຄ້າ, ສ້າງຕັ້ງບັນດາຂົວຕໍ່ຕິດຕໍ່, ຊ່ອງຂໍ້ມູນຂ່າວ ລະຫວ່າງບັນດາອົງການສົ່ງເສີມ ການຄ້າ, ບັນດາປະຊາຄົມຂະແໜງການສິນຄ້າ ແລະ ລົງນາມໃນຂໍ້ຕົກລົງວ່າດ້ວຍການ ຮ່ວມມືແຮງງານ.

        ໃນຂອບເຂດການປຶກສາຫາລື ດ້ານການເມືອງລະຫວ່າງກະຊວງຕ່າງປະເທດຂອງສອງປະເທດ ກ່ຽວຂ້ອງເຖິງເລື່ອງແກ້ໄຂຂໍ້ຂັດແຍ້ງລະຫວ່າງບັນດາປະເທດ, ພິເສດແມ່ນຂໍ້ຂັດແຍ້ງກ່ຽວກັບ ບັນຫາຜືນແຜນດິນ, ສອງຝ່າຍເຫັນດີເປັນເອກະພາບຕ້ອງອີງໃສ່ພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ