ຫວຽດນາມ ແລະ ຈີນ ຊຸກຍູ້, ຍົກສູງຄຸນະພາບການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) - ທ່ານປະທານປະເທດ ໂຕເລິມ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ຊຸງປົວ ຕໍ່ການພົວພັນ ຫວຽດນາມ - ຈີນ.
ຫວຽດນາມ ແລະ ຈີນ ຊຸກຍູ້, ຍົກສູງຄຸນະພາບການຮ່ວມມືໃນຫຼາຍຂົງເຂດ - ảnh 1(ທ່ານປະທານປະເທດ  ໂຕເລິມ ຕ້ອນຮັບທ່ານ ຊຸງປົວ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ)

        ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ ຊຸງປົວ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ໂຕເລິມ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງທ່ານເອກອັກຄະລັດຖະທູດ ຊຸງປົວ ຕໍ່ການພົວພັນ ຫວຽດນາມ - ຈີນ. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ພັກ, 2 ລັດ, ທ່ານປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນໃຫ້ຫຼາຍກວ່າອີກ.

        ກ່ຽວກັບບັນຫາຢູ່ທະເລ, 2 ຝ່າຍເຫັນດີປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ບໍ່ປະໃຫ້ບັນຫາທະເລຕາເວັນອອກ ສົ່ງຜົນສະທ້ອນເຖິງການພົວພັນຂອງ 2 ປະເທດທີ່ພວມພັດທະນາອັນດີງາມ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ