ຫວຽດນາມ ແລະ ຈີນ ຊຸກຍູ້ການພັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ ສືບຕໍ່ຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ
ຫວຽດນາມ ແລະ ຈີນ ຊຸກຍູ້ການພັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ - ảnh 1ທີ່ການຕ້ອນ
(ພາບ: quochoi.vn)

        ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນກຳມາທິການການຕ່າງປະເທດສະພາປະຊາຊົນແຫ່ງຊາດ ຈີນ, ໂດຍທ່ານຮອງຫົວໜ້າກຳມາທິການ ຟູຈືອີງ, ນຳໜ້າ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນແຫ່ງຊາດ ຈີນ ສືບຕໍ່ຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ; ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ. ພ້ອມທັງ, ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນດ້ານວິຊາສະເພາະ, ບົດຮຽນກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ; ເພີ່ມທະວີການຕິດຕາມກວດກາສຳລັບການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມແລ້ວ.

        ສ່ວນທ່ານ ຟູຈືອີງ, ໄດ້ຊີ້ແຈ້ງວ່າ, ໃນອະນາຄົດບຸລິມະສິດສຳຄັນໃນການພັດທະນາການພົວພັນຂອງ 2 ປະເທດແມ່ນ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບ; ຍົກລະດັບ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຈີນ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຟູຈືອີງ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ສະເໜີໃຫ້ ຈີນ ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້, ຊີ້ນສັດລ້ຽງຈາກ ຫວຽດນາມ; ຊຸກຍູ້ການຮ່ວມມືເຊື່ອມຕໍ່ຄົມມະນາຄົມ, ໂດຍສະເພາະແມ່ນທາງທົດໄຟ; ຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນໂຄງການຮ່ວມມືດ້ານອຸດສາຫະກຳຈຳນວນໜຶ່ງ. ກ່ຽວກັບບັນຫາທະເລຕາເວັນອອກ, ສະເໜີໃຫ້ 2 ຝ່າຍເຄົາລົບບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) ປີ 1982; ຄວບຄຸມຄວາມບໍ່ລົງລອຍກັນທາງທະເລ, ຮັກສາສັນຕິພາບ, ສະຖຽນລະພາບ, ບໍ່ປະໃຫ້ເກີດຄວາມບໍ່ລົງລອຍກັນທີ່ສົ່ງຜົນສະທ້ອນເຖິງທ່ວງທ່າພັດທະນາໃນການພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ