ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ແທດ​ຈິງ, ເຂົ້າ​ສູ່​ລວງ​ເລິກ, ພັດ​ທະ​ນາ​ຢ່າງປອດ​ໃສ, ຄ່ອງ​ຕົວ ແລະ ຍືນ​ຍົງ

(VOVWORLD) -ຕອນບ່າຍວັນທີ 19 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ.
ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ແທດ​ຈິງ, ເຂົ້າ​ສູ່​ລວງ​ເລິກ, ພັດ​ທະ​ນາ​ຢ່າງປອດ​ໃສ, ຄ່ອງ​ຕົວ ແລະ ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ (ພາບ: TTXVN)

ນາຍົກລັດຖະມົນຕີສອງທ່ານ ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງສາຍພົວພັນລະຫວ່າງ ຫວຽດນາມ - ຈີນ ສຳລັບແຕ່ລະປະເທດ, ພ້ອມທັງເນັ້ນໜັກວ່າ ສອງຝ່າຍຈະສືບຕໍ່ຫັນຄວາມຮັບຮູ້ລວມທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບຫວ່າງມໍ່ໆມານີ້ລະຫວ່າງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີນຜິງ ເປັນລະອຽດ, ສືບຕໍ່ນຳສາຍພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ສູງກວ່າ, ການຮ່ວມມືແທດຈິງ, ມີປະສິດທິຜົນກວ່າ, ພື້ນຖານໄມຕີຈິດມິດຕະພາບ, ຮ່ວມມື ແລະ ພັດທະນາໝັ້ນແກ່ນກວ່າ.

ສຳລັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ນາຍົກລັດຖະມົນຕີສອງທ່ານກໍໄດ້ຕົກລົງເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໂດຍສະເພາະແມ່ນຊຸກຍູ້ ແລະ ກະກຽມໃຫ້ແກ່ການຢ້ຽມຢາມການນຳຂັ້ນສູງແບບເຊິ່ງໜ້າ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄອມມູນິດ ຈີນ ຄັ້ງທີ XX ໃຫ້ເປັນຢ່າງດີ; ຊຸກຍູ້ບັນດາຂົງເຂດຮ່ວມມືໃຫ້ແທດຈິງ, ເຂົ້າສູ່ລວງເລິກ, ພັດທະນາຢ່າງປອດໃສ, ຄ່ອງຕົວ, ຍືນຍົງ; ຊຸກຍູ້ການພົວພັນແລກປ່ຽນ, ການໄປມາຫາສູ່ຂອງປະຊາຊົນສອງປະເທດ.

ສຳລັບບັນຫາຊາຍແດນ, ສອງຝ່າຍເຫັນດີສືບຕໍ່ຮັກສາການພົວພັນແລກປ່ຽນກ່ຽວກັບຊາຍແດນທາງບົກ ແລະ ບັນຫາຢູ່ທະເລຜ່ານຊ່ອງທາງຕ່າງໆໃຫ້ມີປະສິດທິຜົນ, ແກ້ໄຂບັນຫາທີ່ແຕກໂຕນກັນໃຫ້ສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບລວມ.

ຕອບກັບ

ຂ່າວ/ບົດ​ອື່ນ