ຫວຽດ​ນາມ ແລະ ຈີນ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ສ້າງ​ສະ​ຖິ​ຕິ​ໃໝ່​ກ່ຽວ​ກັບ​ການ​ຄ້າ​ສອ​ງ​ຝ່າຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈີນ ລິວກົວຈຸງ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຈີນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເພີ່ມກຳລັງໜູນຢ່າງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສອງປະເທດ.
ຫວຽດ​ນາມ ແລະ ຈີນ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ສ້າງ​ສະ​ຖິ​ຕິ​ໃໝ່​ກ່ຽວ​ກັບ​ການ​ຄ້າ​ສອ​ງ​ຝ່າຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈີນ ລິວກົວຈຸງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສການຮ່ວມມືລົງທຶນ ແລະ ການຄ້າ ຫວຽດນາມ - ຈີນ ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຈີນ ລຽວກົວຈຸງ , ການນຳບັນດາກະຂວງ, ອົງການ ແລະ ວິສາຫະກິດສອງປະເທດ ຫວຽດນາມ - ຈີນ ກ່ວາ 350 ແຫ່ງ.

ຢູ່ເວທີປາໄສ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ ໄດ້ແນະນຳສະພາບການພັດທະນາເສດຖະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ນະໂຍບາຍດຶງດູດການລົງທຶນຂອງແຕ່ລະປະເທດ, ສະພາບການດຳເນີນທຸລະກິດ, ລົງທຶນລະຫວ່າງ ຫວຽດນາມ - ຈີນ, ແບ່ງປັນບົດຮຽນປະສົບການໃນການລົງທຶນ, ດຳເນີນທຸລະກິດຢູ່ແຕ່ລະປະເທດ.

ທ່ານຮອງນາຍົກລັດຖະມົນຕີ ຈີນ ລິວກົວຈຸງ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຈີນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເພີ່ມກຳລັງໜູນຢ່າງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ສອງປະເທດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໃຫ້ບຸລິມະສິດດຶງດູດການລົງທຶນທີ່ມີການຄັດເລືອກ, ມີປະສິດທິຜົນ, ຍືນຍົງ, ຖືຄຸນນະພາບ, ປະສິດທິຜົນເຕັກໂນໂລຢີ ແລະ ການປົກປັກຮັກສາສະພາບແວດລ້ອມນະວັດຕະກຳ ແມ່ນມາດຖານຕີລາຄາຕົ້ນຕໍ່. ພ້ອມກັນນັ້ນ, ສຸມໃສ່ສົ່ງເສີມບັນດາຂົງເຂດເຕັກໂນໂລຢີສູງ, ນະວັດຕະກຳ, ຄົ້ນຄ້ວາພັດທະນາເພື່ອສ້າງຄວາມສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມຸນຄ່າທົ່ວໂລກ… ພິເສດ, ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດ, ນັກລົງທຶນຈີນ ເຂົ້າຮ່ວມການລົງທຶນ, ພັດທະນາບັນດາໂຄງການພື້ນຖານໂຄງລ່າງຍຸດທະສາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນຫຼວງປັກກິ່ງ (ປະເທດ ຈີນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດເສດຖະກິດໃຫຍ່ຂອງ ຈີນ, ລວມມີ: ກຸ່ມບໍລິສັດ Texhong, ກຸ່ມບໍລິສັດ Runergy, ກຸ່ມບໍລິສິດ Energy China....   ທີ່ການຕ້ອນຮັບການນຳບັນດາກຸ່ມບໍລິສັດໄດ້ຕີລາຄາສູງ ແລະ ມີຄວາມເຊື່ອໝັ້ນຕໍ່ການພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນຂອງ ຫວຽດນາມ, ສະແດງຄວາມຫວັງສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ພະລັງງານ, ພື້ນຖານໂຄງລ່າງເຂດອຸດສາຫະກຳ, ເຮືອນຢູ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ