ຫວຽດນາມ ແລະ ຈີນ ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

(VOVWORLD) - ໃນລະຫວ່າງວັນທີ 24 – 25 ເມສາ, ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ໄດ້ດຳເນີນການເຈລະຈາຮອບທີ 11 ກຸ່ມປະຕິບັດວຽກງານກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ  ແລະ ຮອບທີ 8 ກຸ່ມປະຕິບັດວຽກງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລ ຫວຽດນາມ - ຈີນ.
ຫວຽດນາມ ແລະ ຈີນ ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ - ảnh 1ຫວຽດນາມ ແລະ ຈີນ ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ (ພາບ: cand.com.vn)

        ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຈິງໃຈ, ກົງໄປກົງມາ ແລະ ສ້າງສັນ, 2 ຝ່າຍໄດ້ລົງເລິກການແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານຕ່າງໆຂອງ 2 ກຸ່ມປະຕິບັດວຽກງານ; ຢືນຢັນການເຄົາລົບນັບຖືຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດຢ່າງເຂັ້ມງວດ, ໃນນັ້ນມີ “ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາຢູ່ທະເລ ຫວຽດນາມ - ຈີນ” ທີ່ໄດ້ຮັບການລົງນາມເມື່ອປີ 2011 ແລະ ການຊີ້ນຳຂອງຄະນະເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ. 2 ຝ່າຍໄດ້ເຫັນດີເປັນເອກະພາບແລກປ່ຽນກ່ຽວກັບການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ຖືກຕາມຂໍ້ກຳນົດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງ 2 ປະເທດລ້ວນແຕ່ເປັນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ