ຫວຽດ​ນາມ ແລະ ຈີນ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ອົງ​ການນິ​ຕິ​ບັນ​ຍັດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ຕອນບ່າຍວັນທີ 27 ມີນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ມີການເຈລະຈາແບບທາງໄກກັບທ່ານ ຈ້າວເລີ້ຈີ້ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.
ຫວຽດ​ນາມ ແລະ ຈີນ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ອົງ​ການນິ​ຕິ​ບັນ​ຍັດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: VOV)

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີ ຈີນ ເປີດກວ້າງການນຳເຂົ້າສິນຄ້າ, ເປັນຕົ້ນແມ່ນຜະລິດຕະພັນກະເສດທີ່ແມ່ນທ່າແຮງຂອງ ຫວຽດນາມ, ສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ຜ່ານແດນໄປຍັງປະເທດທີ 3 ຜ່ານເສັ້ນທາງລົດໄຟອາຊີ - ເອີລົບ, ຍູ້ແຮງບັນດາໂຄງການລົງທຶນທີ່ມີຂອບຂະໜາດໃຫຍ່, ມີຄຸນນະພາບສູງ ຂອງຈີນ ຢູ່ ຫວຽດນາມ, ສົມທົບກັນຍູ້ແຮງຄວາມຄືບໜ້າບັນດາໂຄງການຊ່ວຍເຫຼືອຫຼ້າຂອງ ຈີນ, ເພີ່ມທະວີການເຊື່ອມຕໍ່ທາງບົກ, ທາງລົດໄຟ, ທາງທະເລ, ການບິນທີ່ຮັບໃຊ້ໃຫ້ແກ່ຄວາມຕ້ອງການໃນການພົວພັນແລກປ່ຽນ, ການເດີນທາງໄປມາຂອງປະຊາຊົນສອງປະເທດ, ເພີ່ມທະວີການພົວພັນແລກປ່ຽນມິດຕະພາບ ປະຊາຊົນ, ເປັນຕົ້ນແມ່ນໄວໜຸ່ມ, ຮັກສາການເຄື່ອນໄຫວພົບປະແລກປ່ຽນທີ່ເປັນມູນເຊື້ອກໍ່ຄືບັນດາກົນໄກພົບປະແລກປ່ຽນຕ່າງໆລະຫວ່າງທຸກຂັ້ນ, ທຸກຂະແໜງການ.

ສ່ວນ ທ່ານ ຈ້າວເລີ້ຈີ້ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະແລກປ່ຽນຊ່ອງທາງພັກ, ພິເສດແມ່ນແລກປ່ຽນຍຸດທະສາດລະຫວ່າງການນຳຂັ້ນສູງເພື່ອແນໃສ່ວາງແຜນກຳນົດທິດໃຫ້ແກ່ການພົວພັນສອງພັກ, ສອງລັດ, ຕັ້ງໜ້າຊຸກຍູ້ບັນດາໂຄງການກ່ຽວກັບການລົງທຶນ, ການເຊື່ອມຕໍ່ຄົມມະນາຄົມ, ຢັ້ງຢືນວ່າ ຈີນພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ຜະລິດຕະພັນກະເສດ ຫວຽດນາມ ເປີດກວ້າງການສົ່ງອອກໄປຍັງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ