ຫວຽດນາມ ແລະ ຈີນລົງນາມໃນເອກະສານເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ຫວຽດນາມ ແລະ ຈີນລົງນາມໃນເອກະສານເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ảnh 1
ພາບ​ປະ​ກອບ

​(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ພົນ​ເອກ ​ເຈິ່ນດ້າຍ​ກວາງ, ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດຈີນ ກົວ​ເຊິ​ງຄວັນ ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ຈີນ​ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 16-17/4.

        ທີ່​ການ​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 16/4 ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ສອງ​ປະ​ເທດ,  ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຕັ້ງໜ້າ, ຮີບ​ເຮັ່ງ​ໃນ​ການຈັດ​ຕັ້ງ​ປະຕິບັດ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ​ໂດຍ​ອີງ​ໃສ່​ບັນດາ​ຜົນງານ​ລະຫວ່າງ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ລັດຖະມົນຕີ​ວ່າການ ເຈິ່ນດ້າຍ​ກວາງ ​ແລະ ຄູ່​ຕຳ​ແໜ່​ງຈີນ ກົວ​ຊິງ​ຄວັນ ​ໄດ້​ລົງ​ນາມ​ໃນ​ແຜນການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ. ​ໃນ​ນັ້ນ​ຊີ້​ແຈ້ງວ່າ, ສອງ​ກະຊວງ​ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ, ສົມທົບ​ກັນ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ, ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ແຕ່ລະ​ປະ​ເທດ; ສົມທົບ​ກັນ​ຕໍ່ສູ້​ເຮັດ​ໃຫ້​ທຸກ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ ​ແລະ ບັນດາ​ອາດ​ສະ​ຍາ​ກຳ​ຖືກ​ປະລາ​ໄຊ; ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ຂັ້ນ​ສູງ, ກໍ່​ຄືບັນດາ​ເຫດການ​ການ​ທູດ​ສຳຄັນທີ່​ດຳ​ເນີນ​ໃນ​ປີ​ນີ້.

        ​ແລະ​ກໍ່​ໃນ​ມື້​ນີ້​ໄດ້​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ, ພົນ​ເອກ​ ຟຸ່ງກວາງ​ແທງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຈີນ ກົວ​ເຊິ​ງຄວັນ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ, ສະພາບ​ສອງ​ປະ​ເທດ; ສະ​ເໜີ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້, ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃນ​ຕໍ່ໜ້າ. ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຈີນ ກົວ​ເຊິ​ງຄວັນ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ສົມທົບ​ກັນ​ປ້ອງ​ກັນຊາ​ຍ​ແດນ​ໃນ 3 ຂັ້ນ ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກະຊວງ​ຕຳຫຼວດ​ຈີນ.

 

ຂ່າວ/ບົດ​ອື່ນ