ຫວຽດນາມ ແລະ ຈີເລ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ

ຫວຽດນາມ ແລະ ຈີເລ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ທ່ານ​ປະທານ​າທິບໍດີ Sebastian Pinera Echenique
ພາບ:TTXVN

(vovworld) - ພິທີ​ຕ້ອນຮັບ​ທ່ານ​ປະທານ​າທິບໍດີ ຈີ​ເລ Sebastian Pinera Echenique ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່ສຳນັກງານປະທານປະເທດຢູ່ ຮ່າ​ໂນ້ຍ. ທີ່​ການ​ເຈລະຈາ​ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang  ​ແລະ ປະທານາທິບ​ໍດີ ຈີ​ເລ Sebastian Pinera Echenique ​ໄດ້​ຕີ​ລາ​ຄາ​ສູງ​ການ​ພັດທະນາ​ອັນ​ຈົບງາມ​ຂອງ​ການ​ພົວພັນ​ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຫັນ​ດີ​ຈະຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ​ສອງ​ຝ່າຍ​ເປັນ​ປະຈຳ, ການ​ເຄື່ອນ​ໄຫວ​ທາ​ບທ່າມດ້ານ​ການ​ເມືອງ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, ນຳ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ຈີ​ເລ ​ເຂົ້າ​ເຄື່ອ​ນ​ໄຫວ​ຢ່າງ​ວ່ອງ​ໄວ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຊຶ່ງ​ທັງ​ສອງ​ຝ່າຍ​ມີ​ທ່າ​​ແຮງ. ການ​ນຳ​ທັງ​ສອງ​ທ່ານ ກໍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ສົມທົບ ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ​ກັນ ທີ່​ບັນດາ​ອົງການ, ​ເວທີ​ປາ​ໄສ​ຫລາຍ​ຝ່າຍ​ຄື: ສະ​ຫະປະຊາ​ຊາດ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ, APEC, WTO ​ແລະອື່ນ​ໆ.

ພາຍຫລັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ປະທາ​ນາ​ທິບໍດີ ຈີເລ Sebastian Pinera Echenique ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ຫວຽດນາມ ຈີ​ເລ, ​ໃນ​ນັ້ນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ.

ທີ່​ການ​ພົບ​ປະ​ກັບ​ນັກ​ຂ່າວ​ພາຍຫລັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ:​ ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້​ຂອງ​ປະທານາທິບໍດີ ຈີ​ເລ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ​ເຂົ້າ​ສູ່​ລວງ​ເລີກ ​ແລະ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ທ່ານ​ປະທານ​ປະ​ເທດ  Truong Tan Sang ​ເວົ້າ​ວ່າ:

“ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ ​ໂດຍ​ປະທານ Ho Chi Minh ​ແລະ ປະທານາທິບໍດີ Sanvado Sinde ​ໄດ້​ພ້ອມ​ກັນສ້າງຂຶ້ນ, ​​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​​ໄດ້​ຮັບ​ການພັດທະນາ​ຢ່າງ​ຕັ້ງຫນ້າ, ການ​ແລກປ່ຽນບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງລະຫວ່າງ​ລັດຖະບານ, ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ກໍ​ໄດ້​ຮັກສາ​ໄວ້​ເປັນ​ປະຈຳ. ຍາມ​ໃດ ສອງ​ຝ່າຍ​ ​ກໍ​ສະຫງວນ​ອາລົມ​ຈິດ​​ໃຫ້​ກັນ. ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ສາກົນ. ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ສອງ​ຝ່າຍ​ພັດທະນາ​   ຢ່າ​ງວ່ອງ​ໄວ ​ແລະ ຍັງ​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ສືບ​ຕໍ່​ພັດທະນາ.”

ສ່ວນ​ທ່ານ​ປະທານາທິບໍດີ ​ຈີ​ເລ Sebastian Pinera Echenique ​ໄດ້​ເວົ້າວ່າ:

“ຂ້າພະ​ເຈົ້າ​ມີ​ຄວາມ​ເຄົາລົບ​ຕໍ່​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ການພັດທະນາ​ຂອງ​ຫວຽດນາມ​ໃນ​ວັນ​ນີ້. ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ນອນ​ໃນ​ພາກ​ພື້ນ​ ​ປາຊີ​ຟີ​ກ, ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ໂລກ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​ບາດ​ກ້າວ​ພັດທະນາ​ອັນ​ດີງາມ ຊຶ່ງ​ສ​ະ​ແດງ​ອອກ​ໃນ​ການ​ລົງ​ນາມ​ບັນດາ​ສັນຍາ​ຕ່າງໆ, ​ໃຫມ່​ຫລ້າ​ສຸດ, ສັນຍາ​ການ​ຄ້າ​ເສລີ FTA, ​ຊຶ່ງ​ແມ່ນ​ພື້ນຖານ​ອັນ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.”

 

ຂ່າວ/ບົດ​ອື່ນ