ຫວຽດນາມ ແລະ ຊູແອດ ເພີ່ມທະວີການຮ່ວມມື ໃນທຸກດ້ານ

ຫວຽດນາມ ແລະ ຊູແອດ ເພີ່ມທະວີການຮ່ວມມື ໃນທຸກດ້ານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີ​ງ ເຮັດວຽກຢູ່ກຸ່ມບໍລິສັດໂທລະຄົມ Ericsson.
 (ພາບ: Huy Hiệp/TTXVN)

(vovworld) – ວັນ​ທີ 11/4, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຊູ​ແອດ ຢ່າງ​ເປັນ​ທາງ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນນີ​ງ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ Per Westerberg, ປະທານ​ສະພາ​ແຫ່ງ​ຊາດ ຊູ​ແອດ. ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ Per Westerberg ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຊູ​ແອດ ​ແລະ ຫວຽດນາມ, ຢືນຢັນວ່າ: ຊູ​ແອດ ຍາມ​ໃດ​ກໍ່​ເອົ​າ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ​ວ່າ: ​ແຫຼ່ງທຶນ ODA ຂອງ ​ຊູ​ແອດ​ ​ໄດ້ປະກອບສ່ວນ​ສຳຄັນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ປາດ​ຖະໜາ​ວ່າ: ສະ​ພາ​ແຫ່ງ​ຊາດ ຊູ​ແອດ ຈະສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ຫວຽດນາມ ຜ່ານ​ບັນດາ​ຮູບ​ການ​ຮ່ວມ​ມືທີ່​ເໝາະ​ສົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ເມື່ອ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື ​ເອີ​ລົບ​ເໜືອ​ຂ​ອງ ຊູ​ແອດ ທ່ານ Ewa Bjorling, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ​ວ່າ: ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຍາມ​ໃດ​ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ພັດທະນາ​ການ​ພົວພັນກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ​ເອີ​ລົບ​ເໜືອ, ​ໃນ​ນັ້ນ​ມີ ຊູ​ແອດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ: ລັດຖະບານ ຫວຽດນາມ ຈະ​ສ້າງ​ທຸກເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຊູ​ແອດ ​ເຄື່ອນ​ໄຫວ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ ຍາວ​ນານ ຢູ່ ຫວຽດນາມ.

        ​ໃນ​ການ​ເຮັດ​ວຽກ​ກັບທ່ານ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ Frank Belfrage, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຢືນຢັນ​ວ່າ: ຫວຽດນາມ ກຽ​ມພ້ອມ​ເປັນ​ຂົ​ວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ຊູ​ແອດ ພັດທະນາ​ການ​ພົວພັນ​ກັບ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາຊິກ. ຝ່າຍ ຊູ​ແອດ ຢືນຢັນ​ສະໜັບສະໜູນ​ເລື່ອງ​ແກ​້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ ບົນ​ພື້ນຖານ​ກົດໝາຍ​ສາກົນ.

        ວັນ​ທີ 12/4, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເດີນທາງ​ອອກ​ຈາກ Stockholm ​ໄປ ລອນ​ດອນ, ​ເລີ່​ມ​ເຕົ້ນ​ການ​ຢ້ຽມຢາມ ລາຊະ​ອານາ​ຈັກ ອັງກິດ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີ​ນຂອງ​ລັດຖະບານ​ສະຫະພັນ ລາຊະ​ອານາຈັກ ອັງກິ​ດ ​ແລະ ​ໄອ​ແລນ​ເໜືອ.

 

 



ຂ່າວ/ບົດ​ອື່ນ