ຫວຽດ​ນາມ ແລະ ຍີ​່​ປຸ່່ນ ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ

(VOVWORLD) -    ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນບ່າຍວັນທີ 23 ພະຈິກ, ຢູ່ນະຄອນຫຼວງ ໂຕກຽວ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າ ໄດ້ມີການໂອ້ລົມສົນທະນາຢ່າງເປັນທາງການກັບຄະນະຜູ້ແທນການທະຫານຂັ້ນສູງ ຂອງ ກະຊວງປ້ອງກັນປະເທດ ຍີ່ປຸ່ນ ໂດຍທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ເປັນຫົວໜ້າຄະນະ.
ຫວຽດ​ນາມ ແລະ ຍີ​່​ປຸ່່ນ ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ - ảnh 1ການໂອ້ລົມສົນທະນາຢ່າງເປັນທາງການລະຫວ່າງ ຄະນະຜູ້ແທນການທະຫານຂັ້ນສູງ ຂອງ ກະຊວງປ້ອງກັນປະເທດ ຍີ່ປຸ່ນ ແລະ ຫວຽດນາມ

ລັດຖະມົນຕີສອງທ່ານໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໂລກ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີຄວາມສຳຄັນຂອງຄວາມເສລີໃນການເດີນເຮືອ ແລະ ການບິນ ຕໍ່ໜ້າການຜັນແປຢ່າງສັບສົນໃນພາກພື້ນ ແລະ ໃນໂລກ. ສອງຝ່າຍກໍໄດ້ຢັ້ງຢືນຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ, ລວມມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໃນການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍຢູ່ເຂດທີ່ຍັງມີການຂັດແຍ້ງກັນຄື ທະເລຕາເວັນອອກ ແລະ ທະເລຮວາຕູງ, ພ້ອມທັງປາດຖະໜາວ່າ ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງອົດກັ້ນ, ບໍ່ນາບຂູ່ດ້ວຍອາວຸດ ຫຼື ນຳໃຊ້ກຳລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

        ໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຈະຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ເປັນເອກະສັນໃນໄລຍະຜ່ານມາ.

        ພາຍຫຼັງການໂອ້ລົມສົນທະນາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການຮ່ວມມືໃນຂົງເຂດເສນາຮັກ ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດປ້ອງກັນຄວາມປອດໄພທາງເຄືອຂ່າຍ ອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ