ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ

ຫວຽດນາມ ແລະ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ຕ້ອນຮັບ​
​ອະດີດ​ລັດຖະມົນຕີ​ຜູ້ຮັບຜິດຊອບ​ນະ​ໂຍບາຍ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຍີ່ປຸ່ນ
(ພາບ: chinhphu.vn)

(vovworld) - ​​ ຕອນ​ບ່າຍ​ວັນ​ທີ 17 ຕຸລາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ອະດີດ​ລັດຖະມົນຕີ​ຜູ້ຮັບຜິດຊອບ​ນະ​ໂຍບາຍ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຍີ່ປຸ່ນ Matsuda Iwao ມາຢ້ຽມຢາມ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ ​ແລະ ຂອບ​ອົກ​ຂອບໃຈ​ບັນດາ​ການ​ປະກອບສ່ວນ​ອັນ​ລ້ຳ​ຄ້າ​ຂອງ​ທ່ານ Matsuda Iwao ສຳລັບ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ. ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ການ​ຊຸກຍູ້​ການ​ລົງ​ນາມ​​ໃນ​ສັນຍາ​ຂັ້ນ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ລະຫວ່າງ​ຫວຽດນາມ - ຍີ​ປຸ່ນ ປີ 2006, ​ເມື່ອ​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ຜູ້ຮັບຜິດຊອບ​ນະ​ໂຍບາຍ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຍີ່ປຸ່ນ ກໍ່​ຄື​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໃນ​ຖາ​ນະ​ເປັນ​ຮອງ​ປະທານ​​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ​ ບັນດາ​ການ​ປະ​ກອບສ່ວນ​ສຳຄັນ​ຂອງ​ທ່ານ Matsuda Iwao ​ໃນ​ການສະ​ເໜີ ​ແລະ ຈັດ​ຕັ້ງ​ງານ​ບຸນ​ຫວຽດນາມ ຢູ່​ຍີ່ປຸ່ນ, ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນຫຼາຍ​ຢ່າງ​ໃນ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ, ​ໄດ້ປະກອບສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ເລື່ອງ​ເຮັດ​ໃຫ້​ນ້ຳ​ໃຈ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ປະຊາຊົນ 2 ປະ​ເທດ​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ