ຫວຽດນາມ ແລະ ນິວຊີແລນ ສູ້ຊົນບັນລຸວົງເງິນການຄ້າສອງສົ້ນຢູ່ໃນລະດັບ 2 ຕື້ USD ໃນປີ 2024

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າຍາມໃດ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບນິວຊີແລນ...
ຫວຽດນາມ ແລະ ນິວຊີແລນ ສູ້ຊົນບັນລຸວົງເງິນການຄ້າສອງສົ້ນຢູ່ໃນລະດັບ 2 ຕື້ USD ໃນປີ 2024 - ảnh 1ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດໄດ້ໃຫ້ການຕ້ອນຮັບທ່ານນາງ Tredene Cherie Dobson, ເອກອັກຄະລັດຖະທູດ ນິວຊີແລນ (ພາບ: Doãn Tấn/TTXVN)

ຕອນບ່າຍວັນທີ 14 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດໄດ້ໃຫ້ການຕ້ອນຮັບທ່ານນາງ Tredene Cherie Dobson, ເອກອັກຄະລັດຖະທູດ ນິວຊີແລນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າຍາມໃດ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບນິວຊີແລນ; ຂອບອົກຂອບໃຈລັດຖະບານນິວຊີແລນທີ່ໄດ້ໃຫ້ບຸລິມະສິດໜູນຊ່ວຍທຶນ ODA ເພື່ອໃຫ້ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນຂະແໜງກະສິກຳ, ພັດທະນາຊົນນະບົດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງ ແລະ ຮັບມືກັບໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຫລຸດຜ່ອນຄວາມທຸກຍາກ. ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວະ ສະເໜີໃຫ້ ນິວຊີແລນ ສ້າງເງື່ອນໄຂສະດວກ ປະຕິບັດບັນດາເອກະສານເປີດປະຕູເພື່ອໃຫ້ໝາກໄມ້ຫຼາຍຊະນິດຂອງ ຫວຽດນາມ ແລະ ຊຸກຍູ້ນຳຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງປ່າຂອງດົ່ງ ຫວຽດນາມ ເຂົ້າ ນິວຊີແລນ ໂດຍໄວ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024; ສົ່ງເສີມວິສາຫະກິດ ນິວຊີແລນ ຕັ້ງໜ້າລົງທຶນຢູ່ ຫວຽດນາມ.

        ສ່ວນທ່ານນາງ ເອກອັກຄະລັດຖະທູດ Tredene Cherie Dobson ຕີລາຄາສູງບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນການພັດທະນາເສດຖະກິດ, ການຄ້າ. ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ສອງປະເທດມີຫຼາຍຂົງເຂດມີທ່າແຮງ ເພື່ອຊຸກຍູ້ການຮ່ວມມື, ໃນນັ້ນມີເສດຖະກິດ, ການຄ້າໄດ້ຮັບຄວາມສົນໃຈແຖວໜ້າ. ໂດຍເນັ້ນໜັກວ່າກະສິກຳແມ່ນເສົາຄ້ຳຕົ້ນຕໍໃນການພົວພັນຮ່ວມມືສອງຝ່າຍ, ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນວ່າ ນິວຊີແລນ ກຽມພ້ອມຮ່ວມມືກັບ ຫວຽດນາມ ໃນຂົງເຂດກະສິກຳເຕັກໂນໂລຊີສູງ…

ຕອບກັບ

ຂ່າວ/ບົດ​ອື່ນ