ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເປັນ​ເອ​ກະ​ສັນ ເບີກຈ່າຍ 10,5 ລ້ານ USD ເພື່​ອ​ຊື້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ຫວຽດນາມ ພວມປະຕິບັດລະບຽບການພາຍໃນໃຫ້ສຳເລັດເພື່ອປະກາດບັນຊີລາຍຊື່ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນສາງແຮວັດຖຸອຸປະກອນການແພດຂອງ ອາຊຽນ. 
ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ເປັນ​ເອ​ກະ​ສັນ ເບີກຈ່າຍ 10,5 ລ້ານ USD ເພື່​ອ​ຊື້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 - ảnh 1ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ກອງປະຊຸມຄັ້ງທີ 6 ຂອງຄະນະປະຕິບັດງານລະຫວ່າງຂະແໜງ ສັງກັດ ສະພາປະສານງານ ອາຊຽນ ກ່ຽວກັບການຮັບມືກັບສະພາວະສຸກເສີນດ້ານສາທາລະນະສຸກ (ACCWG – PHE) ເຊິ່ງຖືກດຳເນີນພາຍໃຕ້ຮູບການທາງອອນລາຍ ໃນວັນທີ 18 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ສະແດງຄວາມສະໜັບສະໜູນຕໍ່ການນຳໃຊ້ກອງທຶນ COVID – 19 ເພື່ອຮັບໃຊ້ຄວາມຕ້ອງການທີ່ຈຳເປັນ ນັ້ນແມ່ນສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນບັນດາປະເທດສະມາຊິກຂອງ ອາຊຽນ ແລະ ຕ້ອງສ້າງແຜນການສະໜອງວັກຊິນ ລວມຂອງ ອາຊຽນ ໃຫ້ມີປະສິດທິຜົນ ແລະ ແທດຈິງ.

        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍຢັ້ງຢືນວ່າ: ຫວຽດນາມ ພວມປະຕິບັດລະບຽບການພາຍໃນໃຫ້ສຳເລັດເພື່ອປະກາດບັນຊີລາຍຊື່ຄຳໝັ້ນສັນຍາຈະປະກອບສ່ວນເຂົ້າໃນສາງແຮວັດຖຸອຸປະກອນການແພດຂອງ ອາຊຽນ, ຈະຕັ້ງໜ້າສົມທົບກັບບັນດາປະເທດ ແລະ ຄະນະເລຂານຸການ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ກອບຟື້ນຟູສັງລວມ ອາຊຽນ ພ້ອມກັບບັນດາຄວາມມານະພະຍາຍາມຄວບຄຸມໂລກລະບາດ ໃຫ້ມີປະສິດທິຜົນ, ມຸ່ງໄປເຖິງການຟື້ນຟູແບບຍືນຍົງໃນພາກພື້ນ, ຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ