ຫວຽດ​ນາມ ແລະ ບາກ​ບາ​ໂດ​ສ ມີຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ບົ່ມ​ຊ້ອນ

(VOVWORLD) -        ວັນທີ 05 ຕຸລາ, ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕໍ່ທ່ານ Sandra Mason ຜູ້ມີສິດອຳນາດເຕັມແຫ່ງ ບາກດາໂດສ  ແບບທາງໄກ.
ຫວຽດ​ນາມ ແລະ ບາກ​ບາ​ໂດ​ສ ມີຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ບົ່ມ​ຊ້ອນ - ảnh 1ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງ (ພາບ:TTXVN)

ນະທີ່ນີ້, ທ່ານ Sandra Mason ຜູ້ມີສິດອຳນາດເຕັມແຫ່ງ ບາກບາໂດສ ໄດ້ແຈ້ງໃຫ້ຊາບວ່າ ຈະແຕ່ງຕັ້ງເອກອັກຄະລັດຖະທູດບໍ່ປະຈຳການຂອງ ບາກບາໂດສ ຢູ່ ຫວຽດນາມໂດຍໄວ; ພ້ອມທັງແບ່ງປັນຄວາມສົນໃຈໃນບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດ. ການນຳ ບາກບາໂດສ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ກວ່າອີກ, ພິເສດແມ່ນໃນບັນດາຂົງເຂດຮ່ວມມືທີ່ມີຄວາມບົ່ມຊ້ອນຄື ເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາການທ່ອງທ່ຽວ, ກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດຢູ່ທະເລ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ສ່ວນທ່ານ ເລຫວຽດຢວຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືກັບ ບາກດາໂດສ ແລະ ເນັ້ນໜັກວ່າ ສອງຝ່າຍມີຄວາມບົ່ມຊອ້ນຫຼາຍຢ່າງເພື່ອຂຸດຄົ້ນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສອງຝ່າຍອາດຈະຊຸກຍູ້ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ແລກປ່ຽນຄະນະຄູອາຈານ, ນັກສຶກສາ ແລະ ນັກຮຽນ ໄປທັດສະນະສຶກສາ, ທ່ອງທ່ຽວ, ຊອກຮູ້ ແລະ ແນະນໍາກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຂອງ ຫວຽດນາມ ແລະ ບາກບາໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ