ຫວຽດນາມ ແລະ ປາແລັດສະຕິນ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ

(VOVWORLD) - ຕອນເຊົ້າວັນທີ 29 ພະຈິກ, ທີ່ຮ່າໂນ້ຍ, ສະຖານທູດ ປາແລັດສະຕິນ ປະຈຳ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ແລະ ສະມາຄົມມິດຕະພາບ ຫວຽດນາມ - ປາແລັດສະຕິນ ນະຄອນ ຮ່າໂນ້ຍ

ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ປາແລັດສະຕິນ (19/11/1988 – 19/11/2018).

ຫວຽດນາມ ແລະ ປາແລັດສະຕິນ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ - ảnh 1 ທ່ານ ໂຮ່ແອງຢຸງ ປະທານຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຮ່ແອງຢຸງ ປະທານຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຄະນະກຳມະການ ຫວຽດນາມ ສາມັກຄີກັບປະຊາຊົນ ປາແລັດສະຕິນ ໄດ້ສົມທົບກັບສະຖານທູດ ປາແລັດສະຕິນ ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວຄື: ສາຍຮູບເງົາ, ງານວາງສະແດງຮູບຖ່າຍ, ພົວພັນແລກປ່ຽນວັດທະນະທຳ, ສີລະປະ, ແລກປ່ຽນຂໍ້ມູນຂ່າວ…ບັນດາການເຄື່ອນໄຫວນີ້ ແນໃສ່ສະແດງໃຫ້ເຫັນອາລົມຈິດມິດຕະພາບ, ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ ກັບປະຊາຊົນ ປາແລັດສະຕິນ.

        ສ່ວນທ່ານເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ Saadi Salama ຢືນຢັນວ່າ: ໃນຊຸມປີຜ່ານມາ, ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ ໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຕາງໜ້າບັນດາການນຳ, ປະຊາຊົນ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ Saadi Salama ໄດ້ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງລັດຖະບານ, ປະຊາຊົນ ຫວຽດນາມ ຍ້ອນ ຫວຽດນາມ ໄດ້ສະໜັບສະໜູນ ຕໍ່ສູ້ຂອງປະຊາຊົນ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ