ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

(VOVWORLD) -ຕອນເຊົ້າວັນທີ 5 ພຶດສະພາ, ຢູ່ ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ (ຮ່າໂນ້ຍ), ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານພິທີຕ້ອນຮັບທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ຝລັ່ງ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫລັງພິທີຕ້ອນຮັບ, ລັດຖະມົນຕີ ສອງທ່ານໄດ້ດຳເນີນການເຈລະຈາ.

ຫວຽດນາມ ແລະ ຝລັ່ງ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ảnh 1ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ຝລັ່ງ. ພາບ: Phú Sơn

ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນຫນັກວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ຝລັ່ງ ແມ່ນມີຄວາມໝາຍສຳຄັນທີ່ສຸດ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະ ຢັ້ງຢືນ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ.

ຕາມທ່ານລັດຖະມົນຕີ ຟານວັນຢາງແລ້ວ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ໃນໄລຍະຜ່ານມາ ໄດ້ພັດທະນາທັງລວງກວ້າງ ແລະລວງເລິກ, ເປັນຫລາຍຮູບແບບໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດ. ທ່ານສະເຫນີ: ໄລຍະຈະມາເຖິງ ສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ເຂົ້າໃນບັນດາຂົງເຂດ; ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ຮັກສາສັນຕິພາບ ສປຊ, ອຸດສາຫະກຳປ້ອງກັນຊາດ… ສອງຝ່າຍຕັ້ງຫນ້າປຶກສາຫາລືນຳກັນເພື່ອເປັນເອກະພາບໂດຍໄວກ່ຽວກັບໂຄງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຝລັ່ງ ໄລຍະ 2025- 2028

ທາງຝ່າຍຝລັ່ງ, ທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ຝລັ່ງ ໄດ້ເນັ້ນຫນັກຄວາມໝາຍສຳຄັນຂອງການຮ່ວມມືແບ່ງປັນຄວາມຊົງຈຳປະຫວັດສາດ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມລະຫວ່າງສອງປະເທດ; ສະແດງຄວາມປາດຖະຫນາຢາກໃຫ້ສອງຝ່າຍສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ