ຫວຽດ​ນາມ ແລະ ຝ​ລັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ຫັນ​ປ່ຽນ​ພ​ະ​ລັງ​ງານ

(VOVWORLD) -  ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Marie – Helene Loison, ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາ ຝລັ່ງ (AFD).
ຫວຽດ​ນາມ ແລະ ຝ​ລັ່ງ ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ຫັນ​ປ່ຽນ​ພ​ະ​ລັງ​ງານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານນາງ Marie – Helene Loison, ຮອງຜູ້ອຳນວຍການໃຫຍ່ອົງການພັດທະນາ ຝລັ່ງ (AFD) (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ບັນດາການຄົ້ນຄວ້າຂອງ AFD ກ່ຽວກັບການຫັນປ່ຽນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ ໄດ້ຍົກອອກ “ມາດຕະການ” ລົງທຶນ, ວິທະຍາສາດເຕັກໂນໂລຢີ, ພື້ນຖານໂຄງລ່າງດ້ານເຕັກນິກ… ຈະຊ່ວຍນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດສັງລວມ, ຫຼາຍເປົ້າໝາຍເມື່ອປະຕິບັດຢູ່ ຫວຽດນາມ, ພ້ອມທັງກໍສາມາດໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດ ຝລັ່ງ ໃນການຊອກຫາໂຄງການຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

        ສ່ວນທ່ານນາງ Marie – Helene Loison ຢັ້ງຢືນວ່າ AFD ແລະ ບັນດາຄູ່ຮ່ວມມືຍາມໃດກໍພ້ອມແລ້ວທີ່ຈະໜູນຊ່ວຍ, ໃຫ້ຄຳປຶກສາດ້ານເຕັກນິກ, ສ້າງສະພາບແວດລ້ອມດ້ານນິຕິກຳໃຫ້ສົມບູນແບບ, ຊອກຫາບັນດາແຫຼ່ງການເງິນມາຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ - ສັງຄົມສຳຄັນຢູ່ ຫວຽດນາມ, ພິເສດ ໃນຂົງເຂດຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນສີຂຽວ.


ຕອບກັບ

ຂ່າວ/ບົດ​ອື່ນ