ຫວຽດນາມ ແລະ ຟີລິບປິນ ເພີ່ມທະວີການຮ່ວມມືລັດຖະສະພາ

(VOVWORLD) - ລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງບັນດາກຳມາທິການກ່ຽວກັບວຽກງານນິຕິບັນຍັດ ແລະ ຕິດຕາມກວດກາ
ຫວຽດນາມ ແລະ ຟີລິບປິນ ເພີ່ມທະວີການຮ່ວມມືລັດຖະສະພາ - ảnh 1ທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri ມອບມະຕິຂອງສະພາສູງ ເຖິງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ:quochoi.vn)

ຕອນບ່າຍວັນທີ 23 ພະຈິກ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ຟີລິບປິນ Juan Miguel Zubiri.

        ການນຳສອງທ່ານໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດທັງດ້ານສອງຝ່າຍ ແລະ ຫຼາຍຝ່າຍ; ຢັ້ງຢືນເຖິງບົດບາດໃຈກາງຂອງການຮ່ວມມືລັດຖະສະພາໃນການເພີ່ມທະວີການພົວພັນຫຼາຍຝ່າຍ ກໍ່ຄືການພົວພັນສອງຝ່າຍລະຫວ່າງປະເທດຕ່າງໆ. ໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງບັນດາກຳມາທິການກ່ຽວກັບວຽກງານນິຕິບັນຍັດ ແລະ ຕິດຕາມກວດກາ; ຮັກສາການປຶກສາຫາລື, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ກົນໄກຮ່ວມມືຫຼາຍຝ່າຍ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍຍົກສູງການຕັ້ງໜ້າສົມທົບກັນເພື່ອປັບປຸງຄວາມສາມັກຄີ, ຫຼັກໝັ້ນ ແລະ ບົດບາດໃຈກາງຂອງ ອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃຫມ່. ໃນປະຈຸບັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງຝ່າຍຈັດຕັ້ງບັນດາກອງປະຊຸມສຳມະນາ, ເວທີປາໄສເພື່ອປຶກສາຫາລືຢ່າງລະອຽດກ່ຽວກັບການຮ່ວມມືໃນຂົງເຂດນີ້. ກ່ຽວກັບທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດສະເໜີສອງປະເທດ ຄວນຮັກສາຫຼັກໝັ້ນຂອງ ອາຊຽນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ມຸ່ງໄປເຖິງການສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ບົນພື້ນຖານສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ