ຫວຽດ​ນາມ ແລະ ຟີ​ລິບ​ປິນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ສະ​ຫະ​ພັນ ເຂົ້າ​ສານ

(VOVWORLD) - ຕາມທ່ານລັດຖະມົນຕີ  Francisco ແລ້ວ, ຟີລິບປິນ ໄດ້ນຳເຂົ້າ ເຂົ້າສານເກືອບ 2,2 ລ້ານໂຕນໃນ 6 ເດືອນຕົ້ນປີນີ້, ໃນນັ້ນ, ມີເກືອບ 1,6 ລ້ານໂຕນມາຈາກ ຫວຽດນາມ. 
ຫວຽດ​ນາມ ແລະ ຟີ​ລິບ​ປິນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ສະ​ຫະ​ພັນ ເຂົ້າ​ສານ - ảnh 1ພາບປະກອບ: VOV

ຫວຽດນາມ ແລະ ຟີລິບປິນ ໄດ້ເຫັນດີເປັນເອກະພາບສ້າງສະຫະພັນຂະແໜງ ເຂົ້າສານ ລະຫວ່າງສອງປະເທດ ແລະ ມຸ່ງໄປເຖິງການຍົກລະດັບການພົວພັນດ້ານການຄ້າຂຶ້ນການພົວພັນຄູ່ຮ່ວມມືລົງທຶນໃນຂົງເຂດເຂົ້າສານ. ທ່ານລັດຖະມົນຕີກະຊວງກະສິກຳ  ຟີລິບປິນ Francisco Tiu Laurel Jr, ຫາກໍ່ມາຢ້ຽມຢາມຫວຽດນາມ ເມື່ອຕົ້ນເດືອນກໍລະກົດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂະແໜງກະສິກຳລະຫວ່າງສອງປະເທດ. ໃນການຢ້ຽມຢາມ, ທ່ນໄດ້ພົບປະກັບເຈົ້າໜ້າທີ່ກະສິກຳ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດກະສິກຳ ແລະ ສະເໜີຫວຽດນາມ ສ້າງສະຫະພັນ ຂະແໜງເຂົ້າສານ ລະຫວ່າງສອງປະເທດ.

ຕາມທ່ານລັດຖະມົນຕີ  Francisco ແລ້ວ, ຟີລິບປິນ ໄດ້ນຳເຂົ້າ ເຂົ້າສານເກືອບ 2,2 ລ້ານໂຕນໃນ 6 ເດືອນຕົ້ນປີນີ້, ໃນນັ້ນ, ມີເກືອບ 1,6 ລ້ານໂຕນມາຈາກ ຫວຽດນາມ. ຫວຽດນາມ ແມ່ນປະເທດສະໜອງເຂົ້າສານຫຼາຍທີ່ສຸດໃຫ້ແກ່ ຟີລິບປິນໃນຫຼາຍປີຜ່ານມາ. ໃນຂະນະນທີ່ ຟີລິບປິນ ກໍ່ແມ່ນຕະຫຼາດສົ່ງອອກເຂົ້າສານໃຫຍ່ທີ່ສຸດຂອງ ຫວຽດນາມ, ກວມເອົາ 35 – 40% ຍອດວົງເງິນການສົ່ງອອກເຂົ້າສານໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ