ຫວຽດນາມ ແລະ ມາຣົກ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ

(VOVWORLD) -ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ຫວັງຢາກຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ມາຣົກ
ຫວຽດນາມ ແລະ ມາຣົກ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ພົບປະກັບ ທ່ານປະທານສະພາຕ່ຳ ມາຣົກ Rachid Talbi El Alami)

       ຕອນເຊົ້າວັນທີ 21 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ລາຊາອານາຈັກກໍາປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາຣົກ Rachid Talbi El Alami ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ເອເປັກ ຄັ້ງທີ 43.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ຫວັງຢາກຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ມາຣົກ, ເຊິ່ງເປັນປະເທດດຽວຢູ່ ອາຟຣິກກາ ມີກົນໄກຮ່ວມມືລັດຖະສະພາກັບ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການພົບປະແລກປ່ຽນປະຊາຊົນຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

        ສ່ວນທ່ານປະທານສະພາຕ່ຳ ມາຣົກ Rachid Talbi El Alami ຢືນຢັນວ່າ ມາຣົກ ພ້ອມແລ້ວທີ່ຈະເປັນຂົວຕໍ່ຂອງ ຫວຽດນາມ ກັບ ອາຟຣິກກາ, ນຳສິນຄ້າ ຂອງ ຫວຽດນາມ ເຂົ້າສູ່ຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ພ້ອມກັນນັ້ນ, ດ້ວຍຖານະເປັນປະເທດທີ່ມີທີ່ຕັ້ງສຳຄັນໃນສະຫະພາບ ອາຟຮິກກາ (AU), ມາຣົກ ຈະສະໜັບສະໜູນ ຫວຽດນາມ ໃຫ້ກາຍເປັນນັກສັງເກດການຂອງ AU ໂດຍໄວ.

        ສອງຝ່າຍເປັນເອກະສັນກັນຈະເພີ່ມທະວີການຮ່ວມມື, ຊຸກຍູ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການເຄື່ອນໄຫວຜ່ານບັນດາຊ່ອງທາງພັກ, ລັດ, ລັດຖະສະພາ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີຫຼາຍຝ່າຍເຊັ່ນ ສະຫະພັນລັດຖະສະພາໂລກ (IPU), ສະຫະພັນລັດຖະສະພາໃຊ້ພາສາຝລັ່ງ (APF) ແລະ ບັນດາອົງການຈັດຕັ້ງລັດຖະສະພາຫຼາຍຝ່າຍອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ