ຫວຽດນາມ ແລະ ມາເລເຊຍ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາສະຫະກອນ

ຫວຽດນາມ ແລະ ມາເລເຊຍ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາສະຫະກອນ - ảnh 1
ທີ່ພິທີລົງນາມ
(ພາບ: vietnamplus.vn)

(vovworld) -     ວັນ​ທີ 26/9, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ສົມທົບ​ກັບ ກະຊວງ​ການ​ຄ້າ​ພາຍ​ໃນ, ສະຫະກອນ ​ແລະ ປົກ​ປ້ອງ​ສິດ​ຂອງ​ຊົມ​ໃຊ້ຂອງ​ມາ​ເລ​ເຊຍ ​ໄດ້ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOA) ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາຂົງ​ເຂດ​ສະຫະກອນ​ລະຫວ່າງ​ສອງ​ປະ​ເທດ. ​ເຊິ່ງຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ຈະ​ເພີ່ມ​ທະວີ, ຊຸກຍູ້ ​ແລະ ພັດທະນາ​ການ​ຮ່ວມ​ມື​ສອງ​ຝ່າຍ​ສຳລັບ​ຂະ​ບວນການ​ສະຫະກອນ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ບັນດາ​ຂົງ​ເຂດ​ຮ່ວມ​ມື​ລວມມີ ຍູ້​ແຮງ​ການ​ພົວພັນແລກປ່ຽນການ​ຄ້າ​ລະຫວ່າງ​ບັນດາ​ສະຫະກອນ​ຂອງ​ສອງ​ປະ​ເທດ, ​​ເປີດ​ກວ້າງ​ຕະຫຼາດ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ ​ແລະ ການ​ບໍລິການ​ຂອງ​ສະຫະກອນ; ​ແລກ​ປ່ຽນຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ຜູ້​ຊ່ຽວຊານ; ຮ່ວມ​ມື​ໃນ​ການ​ຄົ້ນຄວ້າ​ລວມ ​ແລະ​ ​​ໃຫ້​ຄຳ​ປຶກສາ, ສ້າງ​ກຳລັງ​ຄວາມ​ສາມາດ​ໃຫ​້ບັນດາ​ພະນັກງານ, ບັນດາ​ນັກ​ຄຸ້ມ​ຄອງ​ສະຫະກອນ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ພູມ​ປັນຍາ​ອື່ນໆ. ສອງ​ຝ່າຍ​ກໍ​ຕົກລົງ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ຮ່ວມ ​ເພື່ອ​ປະຕິບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳສະບັບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ