ຫວຽດນາມ ແລະ ມາເລເຊຍ ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ໂດລາສະຫະລັດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍປະສິດທິຜົນບັນດາຂົງເຂດຮ່ວມມືໃນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025
 
ຫວຽດນາມ ແລະ ມາເລເຊຍ ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ໂດລາສະຫະລັດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ເບື້ອງຂວາ) ແລະ ທ່ານສະມາຊິກສະພາສູງ Zambry Abdul Kadir, ລັດຖະມົນຕີການຕ່າງປະເທດ ມາເລເຊຍ
(ພາບ:VGP/Nhật Bắc )

ຕອນບ່າຍວັນທີ 19 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານສະມາຊິກສະພາສູງ Zambry Abdul Kadir, ລັດຖະມົນຕີການຕ່າງປະເທດ ມາເລເຊຍ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ໃນລະຫວ່າງວັນທີ 19 – 20 ກໍລະກົດ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍປະສິດທິຜົນບັນດາຂົງເຂດຮ່ວມມືໃນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025; ຊຸກຍູ້ການພົບປະ,ແລກປ່ຽນຄະນະຜູ້ແທນຂັ້ນສູງ; ສົມທົບກັນຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023) ໃຫ້ເປັນຢ່າງດີ; ນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ໂດລາສະຫະລັດ ຕາມທິດສົມດຸນກ່ວາໂດຍໄວ; ພ້ອມທັງຢັ້ງຢືນ ຫວຽດນາມ ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ບັນດາວິສາຫະກິດ ມາເລເຊຍ ສືບຕໍ່ເປີດກ້ວາງການລົງທຶນ, ການຄ້າກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າສອງຝ່າຍຄວນເອົາໃຈໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຮ່ວມມືບົນທະເລ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພະລັງງານສີຂຽວ…

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ