ຫວຽດນາມ ແລະ ຢູເບກິດສະຖານ ຊຸກຍູ້ການຮ່ວມມືດ້ານການຄ້າ

(VOVWORLD) - ທີ່ການເຮັດວຽກ, 2 ຝ່າຍຖືວ່າ ການຮ່ວມມືດ້ານການຄ້າດ້ວຍມູນຄ່າ 170 ລ້ານ USD/ປີ ລະຫວ່າງ 2 ປະເທດຍັງບໍ່ທັນສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ.
ຫວຽດນາມ ແລະ ຢູເບກິດສະຖານ ຊຸກຍູ້ການຮ່ວມມືດ້ານການຄ້າ - ảnh 1 ທີ່ການເຮັດວຽກ
(ພາບ: diendandoanhnghiep.vn)

        ຕອນບ່າຍວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ເຮັດວຽກກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ຄະນະຜູ້ແທນວິສາຫະກິດ ຢູເບກິດສະຖານ ທີ່ພວມຢ້ຽມຢາມ ຫວຽດນາມ.

        ທີ່ການເຮັດວຽກ, 2 ຝ່າຍຖືວ່າ ການຮ່ວມມືດ້ານການຄ້າດ້ວຍມູນຄ່າ 170 ລ້ານ USD/ປີ ລະຫວ່າງ 2 ປະເທດຍັງບໍ່ທັນສົມກັບການພົວພັນດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດເທື່ອ. ຕາມທ່ານປະທານ VCCI ຟ້າມເຕິນກົງ ແລ້ວ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື, ເມື່ອ ຢູເບກິດສະຖານ ແມ່ນປະເທດສົ່ງອອກຝ້າຍໃຫຍ່ທີ 3 ໃນໂລກ, ໃນຂະນະທີ່, ຫວຽດນາມ ກໍ່ຕ້ອງການນຳເຂົ້າຝ່າຍດ້ວຍປະລິມານຫຼາຍ ເພື່ອຮັບໃຊ້ຂະແໜງຕ່ຳແຜ່ນຕັດຫຍິບຢູ່ພາຍໃນປະເທດ. ຫວຽດນາມ ຍັງມີຫຼາຍຜະລິດຕະພັນອຸດສາຫະກຳ, ເຄື່ອງໃຊ້ສອຍ, ຄື: ຊາ, ກາເຟ, ສິນໃນນ້ຳສິນທະເລ… ສາມາດຕອບສະໜອງຄວາມຕ້ອງການນຳເຂົ້າຂອງ ຢູເບກິດສະຖານ.

        ທ່ານລັດຖະມົນຕີການຕ່າງປະເທດ ຢູເບກິດສະຖານ Bakhtiyor Saidov, ພ້ອມກັບການນຳສະຫະສະມາຄົມວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ຢູເບກິດສະຖານກວ່າ 40  ແຫ່ງໄດ້ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືດ້ານເສດຖະກິດກັບ ຫວຽດນາມ, ທ່ານເນັ້ນໜັກວ່າ, ບັນດາວິສາຫະກິດ ຫວຽດນາມ ສາມາດຊອກຫາໂອກາດຮ່ວມມືກັບ ຢູເບກິດສະຖານ ໃນບັນດາຂົງເຂດ, ຄື: ພະລັງງານ, ທາດເຄມີ, ເກີບໜັງ, ອຸດສາຫະກຳທັນຍາຫານ…

ຕອບກັບ

ຂ່າວ/ບົດ​ອື່ນ