ຫວຽດ​ນາມ ແລະ ລັດ​ເຊຍຕ້ອງ​ຍົກ​ວົງ​ເງິນ​ການ​ຄ້າ​ໃຫ້ຂຶ້ນ​ເປັນ 10 ຕື້ USD

(VOVWORLD) -ຕອນບ່າຍວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການ.
ຫວຽດ​ນາມ ແລະ ລັດ​ເຊຍຕ້ອງ​ຍົກ​ວົງ​ເງິນ​ການ​ຄ້າ​ໃຫ້ຂຶ້ນ​ເປັນ 10 ຕື້ USD - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສອງປະເທດມີການພົວພັນດ້ານການເມືອງທີ່ມີຄວາມໄວ້ວາງໃຈສູງ, ດ້ວຍການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນຜູ້ແທນຂັ້ນສູງເປັນປະຈຳ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ. ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ, ດ້ວຍວົງເງິນການຄ້າສອງສົ້ນເພີ່ມແຕ່ 2,5 ຕື້ USD ໃນປີ 2014 ຂຶ້ນເປັນ 4,5 ຕື້USD ໃນປີ 2019. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ສອງປະເທດຕ້ອງສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກ່ຽວກັບການພົວພັນດ້ານການຄ້າ, ສອງປະເທດຕ້ອງຊຸກຍູ້ເພື່ອມຸ່ງໄປເຖິງເປົ້າໝາຍບັນລຸໄດ້ 10 ຕື້ USD.

ສ່ວນທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov ໃຫ້ຮູ້ວ່າ ສະຫະພັນ ລັດເຊຍ ສະໜັບສະໜູນຫວຽດນາມ ໃນປີ ປະທານ ອາຊຽນ 2020 ແລະ ເຊື່ອໝັ້ນວ່າ ຫວຽດນາມ ປະຕິບັດບົດບາດໜ້າທີ່ໄດ້ເປັນຢ່າງດີ. ອາຊຽນ ແມ່ນໜຶ່ງໃນບັນດາບຸລິມະສິດໃນການຮ່ວມມືຂອງ ສະຫະພັນ ລັດເຊຍ ຢູ່ ພາກພື້ນ ອາຊີ - ປາຊີຟິກ. ໃນນັ້ນ, ຫວຽດນາມ ແມ່ນປະເທດແຖວໜ້າໃນ ອາຊຽນ ໃນການຮ່ວມມືດ້ານເສດຖະກິດ - ການຄ້າ ກັບ ລັດເຊຍ. ກ່ຽວກັບບັນຫາໂລກລະບາດໂຄວິດ - 19, ຝ່າຍ ລັດເຊຍ ຢາກໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໃນນັ້ນ ມີວັກຊິນ./

ຕອບກັບ

ຂ່າວ/ບົດ​ອື່ນ