ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນປະ​ຊາ​ຊົນ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.

ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ຍູ້​ແຮງ​ການ​ພົວ​ພັນ​ແລກ​ປ່ຽນປະ​ຊາ​ຊົນ - ảnh 1ທ່ານປະທານສະແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວຕີລາຄາສູງການເຄື່ອນໄຫວຂອງ Vietnam- UK Network ໃນການເຊື່ອມຕໍ່, ຊຸກຍູ້ການເຄື່ອນໄຫວຮ່ວມມື, ມິດຕະພາບລະຫວ່າງບັນດາອົງການຈັດຕັ້ງ, ສ່ວນບຸກຄົນສອງປະເທດ. ໄປຄຽງຄູ່ກັບການພົວພັນຕ່າງປະເທດຂອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຖືວ່າ, ຊ່ອງການພົວພັນຕ່າງປະເທດປະຊາຊົນມີຄວາມສຳຄັນທີ່ສຸດ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາຊະອານາຈັກອັງກິດ.

ແລະກໍ່ໃນວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງລອນດອນ, ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບບາງກຸ່ມບໍລິສັດອັງກິດ, ລວມມີ: Prudential, Standard Chatered, Pacific Land, Pearson Chris Cuddihy,  ກຸ່ມບໍລິສັດ Enterprize Enegy.

ຕອບກັບ

ຂ່າວ/ບົດ​ອື່ນ