ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແບ່ງ​ປັນ​ບົດ​ຮຽ​ນ, ໃນ​ການ​ສ້າງ​ລະ​ບົບ​ຈັດ​ອັນ​ດັບ​ຄຸນ​ນະ​ພາບ​ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອ​ງ​ນະ​ໂຍ​ບາຍ

(VOVWORLD) -ວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງຍຸຕິທຳ ຫວຽດນາມ ໄດ້ສົມທົບກັບກະຊວງດຳເນີນທຸລະກິດ, ພະລັງງານ ແລະ ຍຸດທະສາດອຸດສາຫະກຳ ອັງກິດ ຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນ, ປະສົບການໃນການສ້າງລະບົບຈັດອັນດັບຄຸນນະພາບການລາຍງານຕີລາຄາຜົນກະທົບຂອງນະໂຍບາຍຂອງລາຊະອານາຈັກອັງກິດ ແລະ ຄວາມອາດສາມາດໃນການນຳໃຊ້ຢູ່ຫວຽດນາມ.
ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແບ່ງ​ປັນ​ບົດ​ຮຽ​ນ, ໃນ​ການ​ສ້າງ​ລະ​ບົບ​ຈັດ​ອັນ​ດັບ​ຄຸນ​ນະ​ພາບ​ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອ​ງ​ນະ​ໂຍ​ບາຍ - ảnh 1ທ່ານ Gareth Ward , ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອປະຈຳຫວຽດນາມ (ພາບ: TTXVN) 

ການຕີລາຄາຜົນກະທົບຂອງນະໂຍບາຍມີຄວາມໝາຍສຳຄັນ, ຊ່ວຍໃຫ້ບັນດາອົງການທີ່ມີສິດອຳນາດຄັດເລືອກບັນດານະໂຍບາຍທີ່ດີທີ່ສຸດ, ເໝາະສົມກັບພຶດຕິກຳຕົວຈິງ. ທ່ານນາງ Rachel Hollway ນັກຊ່ຽວຊານດ້ານການປະຕິຮູບຂໍ້ກຳນົດ, ກົມປະຕິບັດຂໍ້ກຳນົດສາກົນ, ກະຊວງດຳເນີນທຸລະກິດ, ພະລັງງານ ແລະ ຍຸດທະສາດ ອຸດສາຫະກຳ ອັງກິດ ຖືວ່າ ການຕີລາຄາແບບເອກະລາດຊ່ວຍໃຫ້ມີບັນດາຂໍ້ກຳນົດດ້ານກົດໝາຍທີ່ມີຄຸນນະພາບ ແລະ ອີງໃສ່ຫຼັກຖານຢ່າງລະອຽດ.

        ທີ່ກອງປະຊຸມສຳມະນາ, ທ່ານ Gareth Ward , ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ແລະ ອຽກລັງເໜືອປະຈຳຫວຽດນາມ ຢັ້ງຢືນວ່າ ອັງກິດພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປະສົບການກັບຫວຽດນາມເພື່ອແນໃສ່ສ້າງລະບົບຈັດອັນດັບຄຸນນະພາບການລາຍງານຕີລາຄາຜົນກະທົບຂອງນະໂຍບາຍ, ຈາກນັ້ນ ຈະກວດກາຄືນໃໝ່, ຕີລາຄາເອກະສານນິຕິກຳ, ຮັບປະກັນລັກສະນະໂປ່ງໃສ, ຍົກສູງຄຸນນະພາບເອກະສານ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ