ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

(VOVWORLD) - ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂອງສອງກະຊວງກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບກັນ, ຄວາມຮູ້ກ່ຽວກັບການຄຸ້ມຄອງ ແລະ ສ້າງນະໂຍບາຍດ້ານຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ
ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ - ảnh 1ການເຈລະຈາລະຫວ່າງສອງກະຊວງ

ວັນທີ 25 ຕຸລາ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ພົບປະກັບທ່ານນາງ ບຸນຄຳ ວໍລະຈິດ, ລັດຖະມົນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຫ່ງ ສປປ ລາວ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງສອງປະເທດໃນໄລຍະຈະມາເຖິງ.

        ທີ່ການພົບປະ, ຜູ້ຕາງໜ້າການນຳບັນດາຫົວໜ່ວຍຂອງສອງກະຊວງກໍ່ສະເໜີເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການ, ຄວາມຮູ້ກ່ຽວກັບການຄຸ້ມຄອງ ແລະ ສ້າງນະໂຍບາຍດ້ານຊັບພະຍາກອນທຳມະຊາດ - ສິ່ງແວດລ້ອມ; ສະໜອງການໜູນຊ່ວຍກ່ຽວກັບການບຳລຸງສ້າງ, ຝຶກອົບຮົບໃຫ້ຖັນແຖວພະນັກງານຄຸ້ມຄອງຂອງລາວ; ສົມທົບກັນສ້າງບັນດາໂຄງການນຳໃຊ້ແຫຼ່ງທຶນ ODA ຂອງ ຫວຽດນາມ; ສົມທົບກັນຂົນຂວາຍການອຸປະຖຳຈາກຕ່າງປະເທດ… ສອງກະຊວງຈະນຳເອົາຂໍ້ສະເໜີຮ່ວມມືນີ້ເຂົ້າໃນແຜນການຮ່ວມມື, ບົດລາຍງານ, ຍື່ນສະເໜີລັດຖະມົນຕີຂອງສອງກະຊວງອະນຸມັດເພື່ອຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ