ຫວຽດນາມ ແລະ ລາວ ສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມື

ຫວຽດນາມ ແລະ ລາວ ສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມື - ảnh 1
ພາບປະກອບ

(vovworld) – ພາຍຫຼັງ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງທັງ 2 ຝ່າຍ ​ໃນ​ຕະຫຼອດ​ຊຸມ​ປີຜ່ານມາ, ວັນ​ທີ 9/7, ຫວຽດນາມ ​ແລະ ລາວ ຈະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ຜົນສຳ​ເລັດ​ວຽກ​ງານ​ປັກ​ຫຼັກໝາຍ​ຊາຍແດນທາງບົກລະຫວ່າງ 2 ປະເທດ ແລະ ເປີດສະຫຼອງຫຼັກ​ໝາຍສຸດ​ທ້າຍ ​ເລກທີ 460 ຢູ່​ດ່ານ​ຊາຍ​ແດນ ​ແທງ​ຖູ​ຍ, ​ແຂວງ ​​ເງ້ອານ (ຫວຽດນາມ) ​​ແລະ ນ້ຳ​ອອນ​, ​ແຂວງ ບໍລິ​ຄຳ​ໄຊ (ປະ​ເທດ​ລາວ). ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ຈະ​ເຂົ້າ​ຮ່ວມ​ພິທີ. ພິທີ​ສະ​ເຫຼີ​ມສະຫຼອງ​ຜົນສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ປະຕິສັງຂອນ​ຫຼັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ ຢູ່​ດານຊາຍ​ແດນ ​ແທງ​ຖູ​ຍ - ນ້ຳ​ອອນ ​​ໃນ​ວັນ​ທີ 9/7 ​ແມ່ນ​ເຫດການທີ່​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ​ທີ່​ສຸດສຳ​ລັບ​ປະຊາຊົນ 2 ປະ​ເທດ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ເຂດ​ຊາຍ​ແດນ, ​ເພື່ອ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ.

 

ຂ່າວ/ບົດ​ອື່ນ