ຫວຽດນາມ ແລະ ລາວ ເຊັນ MOU ກ່ຽວກັບການຮ່ວມມືດ້ານສື່ຖະແຫຼງຂ່າວ

(VOVWORLD) - ວຽກງານຖະແຫຼງຂ່າວການຕ່າງປະເທດແມ່ນໜຶ່ງໃນບັນດາປັດໄຈສຳຄັນສຳລັບວຽກງານການພົວພັນຕ່າງປະເທດຂອງແຕ່ລະປະເທດ, ແມ່ນຂົວເຊື່ອມຕໍ່ເພື່ອເປີດກ້ວາງການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດເວົ້າສະເພາະ ແລະ ການເພີ່ມທະວີຄວາມສາມາດສຳຜັດກັບຂໍ້ມູນຂ່າວຂອງເພື່ອນມິດສາກົນ ກ່ຽວກັບແຕ່ລະປະເທດເວົ້າລວມ, ເພີ່ມທະວີການໂຄສະນາພາບພົດ ຫວຽດນາມ ແລະ ລາວ ອອກສູ່ໂລກ
ຫວຽດນາມ ແລະ ລາວ ເຊັນ MOU ກ່ຽວກັບການຮ່ວມມືດ້ານສື່ຖະແຫຼງຂ່າວ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ

ຕອນເຊົ້າວັນທີ 11 ພະຈິກ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ໃນຂອບເຂດ “ວັນບຸນໄມຕິຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ ສົມທົບກັນຈັດຕັ້ງ, ໄດ້ດຳເນີນພິທີເຊັນ “ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ກັບກົມສື່ສານມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ”. ວຽກງານຖະແຫຼງຂ່າວການຕ່າງປະເທດແມ່ນໜຶ່ງໃນບັນດາປັດໄຈສຳຄັນສຳລັບວຽກງານການພົວພັນຕ່າງປະເທດຂອງແຕ່ລະປະເທດ, ແມ່ນຂົວເຊື່ອມຕໍ່ເພື່ອເປີດກ້ວາງການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດເວົ້າສະເພາະ ແລະ ການເພີ່ມທະວີຄວາມສາມາດສຳຜັດກັບຂໍ້ມູນຂ່າວຂອງເພື່ອນມິດສາກົນ ກ່ຽວກັບແຕ່ລະປະເທດເວົ້າລວມ, ເພີ່ມທະວີການໂຄສະນາພາບພົດ ຫວຽດນາມ ແລະ ລາວ ອອກສູ່ໂລກ. ແລກປ່ຽນກັບນັກຂ່າວ VOV ຢູ່ນອກພິທີເຊັນ   MOU, ທ່ານ ຫງວຽນວັນທວດ, ຮອງຫົວໜ້າກົມຖະແຫຼງຂ່າວການຕ່າງປະເທດ, ໃຫ້ຮູ້ວ່າ:

        “ນີ້ແມ່ນເອກະສານເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວົງການສື່ສານສອງປະເທດມີຫຼາຍເງື່ອນໄຂແລກປ່ຽນ, ຮ່ວມມືໃນໄລຍະຈະມາເຖິງ, ນັບທັງໃນຂົງເຂດຫັນເປັນດີຈີຕອນ, ແລກປ່ຽນ, ໜູນຊ່ວຍກ່ຽວກັບການເຮັດວຽກການຂ່າວ… ໄລຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈະສ້າງເງື່ອນໄຂແລກປ່ຽນບົດຮຽນລະຫວ່າງສອງຟຝ່າຍ. ໃນນັ້ນ, ຈະມີ 3 ການເຄື່ອນໄຫວຫຼັກ, ແມ່ນ: ສົມທົບກັນແກ້ໄຂຂ່າວປອມ, ທີສອງແມ່ນຫັນເປັນດີຈີຕອນໃນສື່ມວນຊົນ. ທີສາມແມ່ນສົມທົບກັນເພື່ອໂຄສະນາພາບພົດກ່ຽວກັບປະເທດຊາດ, ປະຊາຊົນດ້ວຍພື້ນຖານດີຈີຕອນ”.

ຫວຽດນາມ ແລະ ລາວ ເຊັນ MOU ກ່ຽວກັບການຮ່ວມມືດ້ານສື່ຖະແຫຼງຂ່າວ - ảnh 2ຮອງລັດຖະມົນຕີສອງທ່ານເປັນສັກຂີພິຍານພິທີລົງນາມ MOU

        ສ່ວນທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ , ໄດ້ຕີລາຄາວ່າ:

ສຽງທ່ານ ໂພສີ ແກ້ວມະນີວົງ
 

ຕອບກັບ

ຂ່າວ/ບົດ​ອື່ນ