ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ

(VOVWORLD) - ໃນໄລຍະຈະມາເຖິງ, ກະຊວງພາຍໃນ (ຄະນະສາສະໜາຂອງລັດຖະບານ) ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ...
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການຄຸ້ມຄອງລັດກ່ຽວກັບສາສະໜາ - ảnh 1ການເຈລະຈາລະຫວ່າງສອງຝ່າຍ
(ພາບ:Văn Điệp/TTXVN)

ໃນຂອບເຂດ ການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 5 – 9 ມິຖຸນາ ຂອງສູນກາງແນວລາວສ້າງຊາດ, ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫວູຈ໋ຽນຖັ໋ງ, ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ ໄດ້ເຈລະຈາກັບທ່ານ ຈັນແພງ ສຸດທິວົງ, ຮອງປະທານສູນກາງແນວລາວສ້າງຊາດ. ນະທີ່ນີ້, ສອງຝ່າຍໄດ້ແບ່ງປັນກ່ຽວກັບວຽກງານຂົນຂວາຍຜູ້ຍົດສັກຕຳແໜ່ງ,ຜູ້ມີຄວາມຮັບຜິດຊອບວຽກງານ; ສ້າງນະໂຍບາຍກົດໝາຍກ່ຽວກັບການເຫຼື້ອມໃສ, ສາສະໜາໃຫ້ສົມບູນແບບ; ບົດຮຽນໃນການແກ້ໄຂບັນດາປະກົດການສາສະໜາໃໝ່… ໃນໄລຍະຈະມາເຖິງ, ກະຊວງພາຍໃນ (ຄະນະສາສະໜາຂອງລັດຖະບານ) ແລະ ສູນກາງແນວລາວສ້າງຊາດ ຈະເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນຄະນະ, ຮ່ວມມືໃນການບຳລຸງສ້າງ, ຝຶກອົບຮົມພະນັກງານເຮັດວຽກງານສາສະໜາ, ສະໜັບສະໜູນສະມາຄົມພຸດທະສາສະໜາ ສອງປະເທດໃນການເຄື່ອນໄຫວພຸດທະສາສະໜາ.

ຕອບກັບ

ຂ່າວ/ບົດ​ອື່ນ