ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເສດຖະກິດສົມກັບການພົວພັນທາງດ້ານການເມືອງແບບພິເສດລະຫວ່າງສອງປະເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນ ຢ່າງເປັນປະຈຳ; ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວຢ່າງມີປະສິດທິຜົນ;
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືດ້ານເສດຖະກິດສົມກັບການພົວພັນທາງດ້ານການເມືອງແບບພິເສດລະຫວ່າງສອງປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ແຫ່ງ ສປປ ລາວ (ພາບ: VGP/Nhật Bắc)

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນ ຢ່າງເປັນປະຈຳ; ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 44 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວຢ່າງມີປະສິດທິຜົນ; ສືບຕໍ່ສົມທົບກັນຊອກຫາມາດຕະການນຳການພົວພັນຮ່ວມມືດ້ານເສດຖະກິດພັດທະນາໃຫ້ສົມກັບການພົວພັນດ້ານການເມືອງແບບພິເສດລະຫວ່າງສອງປະເທດ; ຮ່ວມມືພ້ອມກັນສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງ. ພ້ອມທັງແກ້ໄຂສິ່ງຄົງຄ້າງໃຫ້ບັນດາວິສາຫະກິດຢ່າງວ່ອງໄວ, ສ້າງຂອບນິຕິກຳໃຫ້ມີສະຖຽນລະພາບ ແລະ ກະຈ່າງແຈ້ງ, ສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ; ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນອື່ນໆຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາຍແດນ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົວພັນລະຫວ່າງບັນດາທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ, ພາກພື້ນ; ເພີ່ມທະວີການໜູນຊ່ວຍເຊິ່ງກັນ ແລະ ກັນຮັກສາເອກະລາດ, ເປັນເຈົ້າຕົນເອງ, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາອົງການ, ທ້ອງຖິ່ນຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ໃຫ້ຄຳໝັ້ນສັນຍາ, ສົມທົບກັນຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດເພື່ອຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

        ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ເນັ້ນໜັກເຖິງເລື່ອງສອງປະເທດສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃຫ້ເປັນຢ່າງດີ, ພ້ອມກັນປະກອບສ່ວນຊ່ວຍໃຫ້ປະຊາຄົມສາກົນເຂົ້າໃຈແຈ້ງກ່ວາກ່ຽວກັບການພົວພັນແບບພິເສດ ລະຫວ່າງສອງຊາດ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ