ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ

(VOVWORLD) - ທີ່ກອງປະຊຸມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຊຸກຍູ້ ແລະ ປັບປຸງການສ້າງແຜນຮ່າງໂຄງການກໍ່ສ້າງສູນຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ລາວ ໃຫ້ສົມບູນແບບ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ - ảnh 1(ທີ່ກອງປະຊຸມ)

        ຕອນບ່າຍວັນທີ 05 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດກອງປະຊຸມ 2 ຝ່າຍຄັ້ງທີ 3 ລະຫວ່າງສະພາມະຫາບັນດິດວິທະຍາສາດ - ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ. ທີ່ກອງປະຊຸມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຊຸກຍູ້ ແລະ ປັບປຸງການສ້າງແຜນຮ່າງໂຄງການກໍ່ສ້າງສູນຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ລາວ ໃຫ້ສົມບູນແບບ; ສືບຕໍ່ສົມທົບກັນສ້າງແຜນຮ່າງສູນແຫ່ງຊາດກ່ຽວກັບການສຳເນົາຖານຂໍ້ມູນ ແລະ ລະບົບສຳເນົາຖານຂໍ້ມູນອອນລາຍ (cloud computing) ຢູ່ ລາວ; ໜູນຊ່ວຍກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ໃນການສ້າງກຳລັງຄວາມສາມາດດ້ານເຕັກນິກ, ພັດທະນາແຫຼ່ງຊັບພະຍາກອນມະນຸດກ່ຽວກັບການຄຸ້ມຄອງຂໍ້ມູນ… ກ້າວໄປເຖິງການສ້າງໂຄງການສູນແຫ່ງຊາດກ່ຽວກັບການສຳເນົາຖານຂໍ້ມູນ ແລະ ລະບົບສຳເນົາຖານຂໍ້ມູນທາງອອນລາຍ.

        ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນເອກະສານຮ່ວມມືຈຳນວນໜຶ່ງກ່ຽວກັບເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ລະຫວ່າງສະພາມະຫາບັນດິດວິທະຍາສາດ - ເຕັກໂນໂລຊີ ຫວຽດນາມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ