ຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມືນຳກັນ

ຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມືນຳກັນ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ລາວ ສົມ​ສະຫວາດ​ ເລັ່ງສະຫວັດ
(ພາບ:TTXVN)

(vovworld)- ຕອນ​ບ່າຍ​ວັນ​ທີ 20/9, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ລາວ ສົມ​ສະຫວາດ​ ເລັ່ງສະຫວັດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ທັງ 2 ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ ​ແຕ່​ນີ້​ຮອດ​ທ້າຍ​ປີ 2014, 2 ຝ່າຍ​ຄວນ​ມານະ​ພະຍາຍາມ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຄັ້ງ​ທີ 37 ສຳ​ເລັດ​ຜົນ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ທັງ 2 ຢືນຢັນ​ຈະ​ສືບ​ຕໍ່​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ​ແລະ ບັນດາ​ວິ​ສາ​ຫະກິດ​ຕັ້ງໜ້າ​ສົມທົບ​ກັນ​ປະຕິບັດ​ບັນດາ​ສັນຍາ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ທັງ 2 ​ເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ການພົບ​ປະ​ຄັ້ງ​ນີ້, ການ​ຮ່ວມ​ມື​ລະຫວ່າງ 2 ຄະນະ​ກຳມາ​ທິການ​ຫວຽດນາມ-ລາວ, ລາວ-ຫວຽດນາມ ຈະ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ບັນລຸ​ປະສິດທິ​ຜົນ​ໃນ​ໄລຍະ​ທີ່​ຈະມ​​າ​ເຖິງ.
ຂ່າວ/ບົດ​ອື່ນ